Vinaline ສຸມໃສ່ດຳເນີນທຸລະກິດຂົນສົ່ງທາງທະເລ, ທ່າກຳປັ່ນ ແລະ ບໍລິການ

Vinaline ສຸມໃສ່ດຳເນີນທຸລະກິດຂົນສົ່ງທາງທະເລ, ທ່າກຳປັ່ນ ແລະ ບໍລິການ - ảnh 1
ພາບປະກອບ:internet


(vovworld) - ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ​ ຫາ​ກໍ່ປະກາດ​ບົດ​ສະ​ຫລຸບ​ຂອງ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກ່ຽວ​ກັບ​ສະພາບ​ການ​ການ​ເງິນ ​ແລະ ​ແຜ​ນຮ່າງ​ສ້າງ​ໂຄງ​ປະກອບບໍລິສັດ​ໃຫຍ່​ການ​ເດີນ​ທະ​ເລ ຫວຽດນາມ (Vinalines) ຄືນ​ໃຫມ່. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ​ເລື່ອງ​ສືບ​ຕໍ່​ປັບປຸງ ​ແລະ ພັດທະນາ Vinalines ​ໃນ​ໄລຍະ​ປະຈຸ​ບັນ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ປະກອບສ່ວນ​ປະຕິບັດ​ຍຸດ​ທະ​ສາດ​ທະ​ເລ ຫວຽດນາມ​ຮອດ​ປີ 2020 ຢ່າງ​ມີ​ໄຊ. ທ່ານ​ນາຍົກລັດຖະມົນຕີ ສະ​ເຫ​ນີ​ໃຫ້​ Vinalines ​ຮັບ​ເອົາ​ຄຳ​ເຫັນ​ເພື່ອ​ສ້າງ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ Vinalines ຄືນ​ໃຫມ່, ລາຍ​ງານຕໍ່ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ກວດກາ, ຍື່ນ​ສະ​ເຫ​ນີຕໍ່​ທ່ານນາຍົກລັດຖະມົນຕີ ພ້ອມ​ກັນ​ນັ້ນ ທ່ານ​ນາຍົກລັດຖະມົນຕີມອບ​ໃຫ້​ກະຊວງ​ການ​ເງິນ​ຕີ​ລາຄາ​ຢ່າງ​ຄົບ​ຖ້ວນ, ຊັດ​ເຈນ​ສະພາບ​ການ​ເງິນ​ຂອງ​ບໍລິສັດ​ໃຫຍ່​ດັ່ງກ່າວ​ເພື່ອ​ໄຈ້​ແຍກ​ສາຍ​ເຫດ​ຢ່າງ​ຈະ​ແຈ້ງ​ເພື່ອ​ລາຍ​ງານ​ຕໍ່ຂັ້ນ​ເທິງ.

 

ຂ່າວ/ບົດ​ອື່ນ