VOV ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ABU 57

(VOVWORLD) - ວັນທີ 21 ພະຈິກ, ກອງປະຊຸມສະມັດຊາໃຫຍ່ກະຈາຍສຽງ, ໂທລະພາບ ອາຊີ - ປາຊີຟິກ ຄັ້ງທີ 56 (ABU 56) ໄດ້ໄຂຂຶ້ນຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ.
VOV ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ABU 57 - ảnh 1 ທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ

       ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ABU 56, ທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຢືນຢັນວ່າ: ໃນຫລາຍປີຜ່ານມາ, ກອງປະຊຸມສະມັດຊາໃຫຍ່ ABU ແມ່ນເວທີປາໄສສາກົນສຳຄັນ ທີ່ເຊື່ອມຕໍ່ກັບບັນດາອົງການກະຈາຍສຽງ, ໂທລະພາບ, ການສື່ສານໃນພາກພື້ນ ແລະ ໃນໂລກ, ປະກອບສ່ວນຊຸກຍູ້ການຮ່ວມມື, ແລກປ່ຽນ ແລະ ພັດທະນາການກະຈາຍສຽງ, ໂທລະພາບ, ສື່ສານເພື່ອໂລກແຫ່ງສັນຕິພາບ, ກ້າວໜ້າ ແລະ ພັດທະນາ. ແມ່ນສະມາຊິກສົມບູນຂອງ ABU ມາແຕ່ປີ 1964, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ABU ຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ເຄົາລົບບັນດາຂໍ້ກຳນົດກົດລະບຽບ ແລະ ໂຄງການດຳເນີນງານຂອງ ABU ຢ່າງເຂັ້ມງວດ

        ດ້ວຍຄວາມຮັບຜິດຊອບນັ້ນ, ປີ 2020, ວິທະຍຸກະຈາຍສຽງ ຫວຽດນາມ ເປັນກຽດໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 57 ຢູ່ນະຄອນຫລວງ ຮ່າໂນ້ຍ ໃນລະຫວ່າງວັນທີ 22 – 27 ຕຸລາ 2020.

        ກອງປະຊຸມສະມັດຊາໃຫຍ່ ABU 56 ຈະດຳເນີນໄປຮອດວັນທີ 27 ພະຈິກ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ