VOV ໄຂ​ສັບ​ປະ​ດາ​ປຶ້ມ ປີ 2021

(VOVWORLD) - ເຫດການໄດ້ແນະນຳ, ວາງສະແດງປຶ້ມກ່ວາ 300 ຫົວທີ່ຂຶ້ນກັບບັນດາຂົງເຂດຄື: ການເມືອງສັງຄົມ, ປະຫວັດສາດ, ວັດທະນະທຳ, ວິທະຍາສາດ, ຊີວິດການເປັນຢູ່…
VOV ໄຂ​ສັບ​ປະ​ດາ​ປຶ້ມ ປີ 2021 - ảnh 1ທ່ານ ດົ່ງແມັງຮຸ່ງ ຫົວໜ້າພະແນກເລຂາບັນນາທິການ ກ່າວຄຳເຫັນໄຂເຫດການ

ໂດຍຕອບສະໜອງບັນດາການເຄື່ອນໄຫວຊົມເຊີຍວັນປຶ້ມຫວຽດນາມ (21 ເມສາ 2021) ຄັ້ງທີ 4 ແລະ ປະກອບສ່ວນຍົກສູງ, ແຜ່ຂະຫຍາຍວັດທະນະທຳອ່ານ ໃນຊຸມຊົນ, ຕອນເຊົ້າວັນທີ 12 ເມສາ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ໄຂເຫດການ “ສັບປະດາປຶ້ມປີ 2021” (12 – 21 ເມສາ) ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58, ຖະໜົນ ກ໋ວານຊື໊, ຮ່າໂນ້ຍ.

ເຫດການໄດ້ແນະນຳ, ວາງສະແດງປຶ້ມກ່ວາ 300 ຫົວທີ່ຂຶ້ນກັບບັນດາຂົງເຂດຄື: ການເມືອງສັງຄົມ, ປະຫວັດສາດ, ວັດທະນະທຳ, ວິທະຍາສາດ, ຊີວິດການເປັນຢູ່…ຄຽງຄູ່ກັນນັ້ນ, ຜູ້ມັກຮັກປຶ້ມ ຍັງມີໂອກາດສຳຜັດກັບບັນດາເອກະສານອັນລ້ຳຄ່າຂອງຫໍສະມຸດ VOV, ພິເສດແມ່ນບັນດາປະຫວັດສາດອັນສະຫງ່າອົງອາດ, ອົງອາດກ້າຫານຂອງປະເທດຊາດ ຜ່ານການຕໍ່ສູ້ ປົກປັກຮັກສາ ປະເທດຊາດ, ປະຫວັດສາດຂອງ VOV.

ຕອບກັບ

ຂ່າວ/ບົດ​ອື່ນ