VOVສະເໜີຕົວຊ່ອງວິທະຍຸກ່ຽວກັບສຸຂະພາບແລະສຸຂະອະນາໄມດ້ານສະບຽງອາຫານ

ພິທີສະເໜີຕົວຊ່ອງວິທະຍຸກ່ຽວກັບສຸຂະພາບແລະສຸຂະອະນາໄມດ້ານສະບຽງອາຫານ
|
(vovworld) – ສຸດຈິດສຸດໃຈເພື່ອສຸຂະພາບຂອງຊາວ ຫວຽດ. ນັ້ນແມ່ນທິດນຳໃນການເຄື່ອນໄຫວຂອງຊ່ອງວິທະຍຸກະຈາຍສຽງສະເພາະກ່ຽວກັບສຸຂະພາບ ແລະ ສຸຂະອະນາໄມດ້ານສະບຽງອາຫານ, ຈະອອກອາກາດຢ່າງເປັນທາງການນັບແຕ່ວັນທີ 27/2 ຈະມາເຖິງ. ຂໍ້ມູນຂ່າວດັ່ງກ່າວໂດຍທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ປະກາດໃນການປະຊຸມຂ່າວທີ່ດຳເນີນໃນຕອນບ່າຍວັນທີ 21/2, ຢູ່ນະຄອນ ໂຮ່ຈີມິນ. ທ່ານ ຫວູຫາຍ ໄດ້ຢັ້ງຢືນວ່າ: ສຸຂະອະນາໄມດ້ານສະບຽງອາຫານນັບມື້ນັບໄດ້ກາຍເປັນບັນຫາສຳຄັນ ແລະ ຈຳເປັນໃນຊີວິດການເປັນຢູ່ ຮຽກຮ້ອງໃຫ້ທຸກໆຄົນເອົາໃຈໃສ່. ທ່ານນາງ ເຈີ່ນທິຈີ, ຜູ້ອຳນວຍການລະບົບວັດທະນະທຳ - ຊີວິດການເປັນຢູ່ - ວິທະຍາສາດສຶກສາ VOV2, VOV ເຊິ່ງແມ່ນຫົວໜ່ວຍປະຕິບັດເນື້ອໃນຂອງຊ່ອງວິທະຍຸໃໝ່ນີ້, ໃຫ້ຮູ້ວ່າ:
“ການກຳເນີດຂອງຊ່ອງວິທະຍຸດັ່ງກ່າວ ຈະປະກອບສຽງເວົ້າສຳຄັນ, ແມ່ນເຄື່ອງມືຂອງລັດຖະບານ, ກໍ່ຄືຂອງບັນດາກະຊວງ, ຂະແໜງການ ແລະ ປະຊາຊົນເພື່ອຕ້ານຄືນເລື່ອງຜະລິດ, ປຸງແຕ່ງ, ຈຳລະຈອນບັນດາຜະລິດຕະພັນບໍ່ສະອາດ, ເພື່ອຮັບປະກັນຄວາມປອດໄພໃນແຕ່ລະຄາບເຂົ້າຂອງປະຊາຊົນ.”