VUFO ປ່ຽນ​ແປງ​ໃໝ່, ເສີມ​ຂະ​ຫຍາຍ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ວຽກ​ງານ​​ການ​ທູດ​ປະ​ຊາ​ຊົ​ນ

(VOVWORLD) -ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ແກ່ພັກ, ລັດ, ທ່ານ ເຈິ່ນກວກເວື້ອງໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ.
VUFO ປ່ຽນ​ແປງ​ໃໝ່, ເສີມ​ຂະ​ຫຍາຍ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ວຽກ​ງານ​​ການ​ທູດ​ປະ​ຊາ​ຊົ​ນ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI, ອາຍຸການ 2019 – 2024

ວັນທີ 5 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI, ອາຍຸການ 2019 – 2024, ດ້ວຍຫົວຂໍ້ “ປ່ຽນແປງໃໝ່, ພັດທະນາບົດບາດຫຼັກແຫຼ່ງໃນວຽກງານການທູດປະຊາຊົນ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາ  ປະເທດຊາດ” ໂດຍມີການເຂົ້າຮ່ວມຂອງທ່ານ ເຈິ່ນກວກເວື້ອງຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນ, ລັດຖະມົນຕີການຕ່າງປະເທດ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.

        ກ່າວຄຳເຫັນໄຂກອງປະຊຸມໃຫຍ່, ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ເນັ້ນໜັກວ່າ ກອງປະຊຸມໃຫຍ່ໄດ້ຈັດຕັ້ງໃນສະພາບການ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພ້ອມກັນນັ້ນ, ສະພາບການໂລກ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນ. ສິ່ງນີ້ວາງອອກບັນດາຄວາມຕ້ອງການໃໝ່ສຳລັບວຽກງານ ການທູດປະຊາຊົນ ແລະ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໂດຍເປັນກຳລັງຫຼັກແຫຼ່ງຂອງ ວຽກງານທາງການທູດປະຊາຊົນ.

        ໂດຍເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວກເວື້ອງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ VUFO ໃນຊຸມປີຜ່ານມາ, ປະກອບສ່ວນຊຸກຍູ້, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດໃນໂລກ, ຮັກສາ ແລະ ປັບປຸງສິ່ງແວດລ້ອມແຫ່ງຄວາມສັນຕິພາບ, ສະຖຽນລະພາບ, ຍາດແຍງແຫຼ່ງກຳລັງພາຍນອກໃຫ້ແກ່ການພັດທະນາປະເທດຊາດ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມ ໃນສາກົນຢ່າງບໍ່ຢຸດຢັ້ງ.        

ຕອບກັບ

ຂ່າວ/ບົດ​ອື່ນ