WEF ASEAN ແມ່ນການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຂອງ ຫວຽດນາມ ໃນປີ 2018

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢັ້ງຢືນວ່າ: ກອງປະຊຸມ WEF ASEAN ແມ່ນເວທີປາໄສຂະໜາດໃຫຍ່

ຕອນບ່າຍວັນທີ 9 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງກ່ຽວກັບການກະກຽມ, ຈັດຕັ້ງເວທີປາໄສເສດຖະກິດໂລກ ກ່ຽວກັບ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (WEF ASEAN). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢັ້ງຢືນວ່າ: ກອງປະຊຸມ WEF ASEAN ແມ່ນເວທີປາໄສຂະໜາດໃຫຍ່ ແລະ ມີອິດທິພົນຊື່ສຽງໃນພາກພື້ນ, ດຶງດູດການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດໃນພາກພື້ນ, ບັນດາອົງການຈັດຕັ້ງສາກົນ ແລະ ການນຳບັນດາກຸ່ມບໍລິສັດແຖວໜ້າຂອງໂລກເປັນຈຳນວນຫຼວງຫຼາຍ. ນີ້ແມ່ນໜຶ່ງໃນນບັນດາການພົວພັນຕ່າງປະເທດສຳຄັນຂອງປະເທດຊາດໃນປີ 2018, ປະກອບສ່ວນຕັ້ງໜ້າໃນການປັບປຸງ, ຍົກສູງທີ່ຕັ້ງຂອງປະເທດຊາດກ່ວາອີກ; ໂຄສະນາຫວຽດນາມ ຢ່າງແຮງ, ສ້າງກາລະໂອກາດໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວີສາຫະກິດສຳພັດ ແລະ ເປີດກ້ວາງການຮ່ວມມືກັບບັນດາກຸ່ມບໍລິສັດແຖວໜ້າ, ກຳແໜ້ນແນວຄິດໃໝ່, ທ່າອ່ຽງແຫ່ງການພັດທະນາຂອງໂລກ ແລະ ພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການນຳພັກ ແລະ ລັດ ເອົາໃຈໃສ່, ຖືເປັນສຳຄັນຄວາມໝາຍຫຼາຍດ້ານຂອງກອງປະຊຸມ WEF ASEAN, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງກະກຽມໃຫ້ກອງປະຊຸມນີ້ເປັນຢ່າງດີ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ