WEF: ເວທີປາໄສ Davos 2021 ຈະເປັນການປົວແປງພື້ນຖານເສດຖະກິດໂລກຄັ້ງໃຫຍ່

(VOVWORLD) - ວັນທີ 03 ມິຖຸນາ ເວທີປາໄສເສດຖະກິດໂລກ (WEF) ໄດ້ປະກາດວ່າ ກອງປະຊຸມສຸດຍອດໃນປີ 2021 ຢູ່ Davos ຈະດຳເນີນຖືກຕາມແຜນການທີ່ໄດ້ວາງອອກ, ພ້ອມທັຫວັງວ່າ ເຫດການດັ່ງກ່າວຈະເປັນ “ການດັດປັບຄັ້ງຍິ່ງໃຫຍ່” ເພື່ອແນໃສ່ປົກແປງພື້ນຖານເສດຖະກິດໂລກ ພາຍຫລັງໂລກລະບາດໂຄວິດ-19.
WEF: ເວທີປາໄສ Davos 2021 ຈະເປັນການປົວແປງພື້ນຖານເສດຖະກິດໂລກຄັ້ງໃຫຍ່ - ảnh 1ພາບປະກອບ / Economic Research Forum

        ກອງປະຊຸມປະຈຳປີຂອງບັນດາການນຳໂລກ ແລະ ເຈົ້າຂອງວິສາຫະກິດຈະດຳເນີນໃນເດືອນມັງກອນ 2021 ເຊິ່ງມີຈຸດສຸມແມ່ນຈະກຳນົດບັນດາບັນຫາຍາວນານ ຊຶ່ງໂລກລະບາດກໍ່ຂຶ້ນ. ກອງປະຊຸມກໍ່ຈະມີການເຊື່ອມຕໍ່ທາງອອນລາຍເຖິງ 400 ນະຄອນໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ