WHO ກະຕຸກຊຸກຍູ້ ເອີຣົບ ຄວນສາມັກຄີກັນ ແລະ ມີສະຕິລະວັງຕົວຕໍ່ໂລກລະບາດໂຄວິດ-19

(VOVWORLD) -  ທ່ານປະລິນຍາເອກ Hans Kluge, ຜູ້ອຳນວຍການອົງການອະໄມໂລກ (WHO) ພາກພື້ນ ເອີຣົບ ໄດ້ຮຽກຮ້ອງ ໃຫ້ເອີຣົບ ຄວນສາມັກຄີກັນ ແລະ ມີສະຕິລະວັງຕົວຕໍ່ໂລກລະບາດໂຄວິດ-19. 
WHO ກະຕຸກຊຸກຍູ້ ເອີຣົບ ຄວນສາມັກຄີກັນ ແລະ ມີສະຕິລະວັງຕົວຕໍ່ໂລກລະບາດໂຄວິດ-19 - ảnh 1 (ພາບປະກອບ)

ກ່າວຄຳເຫັນໃນວັນທີ 08 ເມສາ, ໃນກອງປະຊຸມຖະແຫຼງຂ່າວທາງອອນລາຍ ຈາກ ແດນມາກ, ທ່ານ Hans Kluge ໄດ້ປຽບທຽບການຕໍ່ສູ້ຕ້ານໂຄວິດ-19 ພວມດຳເນີນຢູ່ພາກພື້ນ ເອີຣົບ ຄ້າຍຄືກັນກັບການແຂ່ງຂັນໃນໄລຍະຍາວ, ທ່ານເນັ້ນໜັກວ່າ: ປັດຈຸບັນຍັງບໍ່ທັນແມ່ນຈຸດເວລາທີ່ຈະລະເລີຍ, ຂາດສະຕິ ລະວັງຕົວ ກໍ່ຄືບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ.

        ທ່ານ Hans Kluge ໄດ້ຮຽກຮ້ອງບັນດາປະເທດທັງໝົດ ຈົ່ງໝູນໃຊ້ທັງ 3 ວິທີການສຳຜັດ ເພີ່ມສ້າງກຳລັງແຮງໃຫ້ແກ່ການຕໍ່ສູ້, ຄວບຄຸມໂຄວິດ-19. ນັ້ນແມ່ນ ປົກປ້ອງຖັນແຖວພາລະກອນການແພດຢູ່ທຸກຂັ້ນ; ກຳນົດ ແລະ ດັບສູນແຫຼ່ງຕິດແປດ ເພື່ອຈຳກັດການແຜ່ລະບາດ, ດຳເນີນການກັກກັນບັນດາກໍລະນີທີ່ສົງໄສຕິດເຊື້ອ; ລັດຖະບານບັນດາປະເທດ ຄວນຮັກສາພາລະໜ້າທີ່ ແລະ ໂຄງປະກອບການບັນຊາ ແລະ ຄວບຄຸມໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ