WHO ກ່າວ​ເຕືອນ​ຄວາມ​ສ່ຽງການແຜ່​ໂລກລະ​ບ​າດ​ການ​ຕ​ິດ​ເຊື້ອ ໄວ​ຣັດ 2019 – nCoV ຢູ່ ເອີ​ລົບ

(VOVWORLD) -ວັນທີ 10 ກຸມພາ, ອົງການອະນາໄມໂລກ (WHO) ໄດ້ຍົກອອກຄຳກ່າວເຕືອນກ່ຽວກັບບັນດາເຫດແຜ່ລະບາດຂອງໄວຣັດ Corona ສາຍພັນໃໝ່(2019 - nCoV) ຢູ່ຝລັ່ງ ແລະ ອັງກິດ, ບັນດາຜູ້ທີ່ຍັງບໍ່ທັນໄປຈີນເປັນສິ່ງທີ່ໜ້າເອົາໃຈໃສ່ທີ່ສຸດ. ໄລ່ຮອດວັນທີ 10 ກຸມພາ, ຢູ່ອັງກິດມີ 8 ກໍລະນີຕິດເຊື້ອໄວຣັດ nCoV.
WHO ກ່າວ​ເຕືອນ​ຄວາມ​ສ່ຽງການແຜ່​ໂລກລະ​ບ​າດ​ການ​ຕ​ິດ​ເຊື້ອ ໄວ​ຣັດ 2019 – nCoV ຢູ່ ເອີ​ລົບ - ảnh 1ເຮືອບິນລີ້ໄພຂອງບັນດາພົນລະເມືອງ ເອີລົບ ຈາກນະຄອນ ອູ່ຮັນ, ປະເທດຈີນ ໄປຍັງຖານທີ່ໝັ້ນ Istres-Le Tube ຝລັ່ງໃນວັນທີ 9 ກຸມພາ 2020 (ພາບ: AFP/TTXVN)

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ຊີ້ແຈ້ງວ່າ ມາຮອດປັດຈຸບັນ, ຢູ່ເອີລົບມີພຽງແຕ່ ບາງກໍລະນີທີ່ຕິດເຊື້ອ nCoV, ແຕ່ເຊື້ອພະຍາດສາມາດແຜ່ລາມອອກສູ່ໃນວົງກ້ວາງຢູ່ເອີລົບນີ້ ຖ້າຫາກວ່າເຈົ້າໜ້າທີ່ບໍ່ມີບັນດາມາດຕະການທີ່ຕັ້ງໜ້າໃນທັນທີ. ທ່ານກໍ່ຮຽກຮ້ອງໃຫ້ບັນດາປະເທດເອີລົບສົມທົບກັນຄວບຄຸມເພື່ອສະກັດກັ້ນການແຜ່ລາມຂອງ ເຊື້ອພະຍາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ