WHO ກ່າວ​ເຕ​ືອນ​ໄລ​ຍະ​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ໂລກ​ລະ​ບາດ Covid – 19 ຍັງ​ຢູ່​ຕໍ່​ໜ້າ

(VOVWORLD) -ໃນວັນທີ 29 ມິຖຸນາ, ອົງການອະນາໄມໂລກ ໄດ້ກ່າວເຕືອນວ່າ ໄລຍະຮ້າຍແຮງທີ່ສຸດຂອງໂລກລະບາດ ໃນທົ່ວໂລກຍັງຢູຕໍ່ໜ້າ, ໃນສະພາບການຈຳນວນຜູ້ຕິດເຊື້ອຢູ່ຫຼາຍປະເທດພວມເພີ່ມຂຶ້ນຄືນໃໝ່ພາຍຫຼັງ ຍົກເລີກການປິດເມືອງ.

ທີ່ການຖະແຫຼງຂ່າວກ່ຽວກັບໂລກລະບາດ Covid – 19 ໃນຕອນບ່າຍວັນທີ 29 ມິຖຸນາ ຢູ່ເຊີແນວ, ປະເທດສະວິດ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ຖືວ່າ: ເລື່ອງຫຼາຍປະເທດໃນໂລກຍົກເລີກການປິດເມືອງ, ພ້ອມກັບແນວຄວາມຄິດທີ່ຂາດສະຕິລະວັງຕົວຂອງປະຊາຊົນ ໄດ້ສ້າງສະພາບແວດລ້ອມ ແລະ ເງື່ອນໄຂອຳນວຍໃນການແຜ່ລາມຢ່າງແຮງກ່ວາອີກຂອງ ໂລກລະບາດ Covid – 19  ແລະ ມັນກໍ່ຮ້າຍແຮງກ່ວາໄລຍະທຳອິດໂລກລະບາດ. ທ່ານກ່າວວ່າ:

        ບາງປະເທດພວມເຫັນປະຈັກຕາຈຳນວນຜູ້ຕິດເຊື້ອພະຍາດເພີ່ມຂຶ້ນຄືນໃໝ່ເມື່ອເລີ່ມດຳເນີນການເປີດພື້ນຖານເສດຖະກິດ ແລະ ຊີວິດສັງຄົມຄືນໃໝ່. ປະຊາຊົນເປັນຈຳນວນຫຼາຍຍັງມີຄວາມສ່ຽງຕິດເຊື້ອ ແລະ ໄວຣັດຍັງມີຫຼາຍພື້ນທີ່ໃຫ້ແຜ່ລາມອີກ. ພວກເຮົາທຸກໆຄົນລ້ວນແຕ່ຫວັງວ່າ ໂລກລະບາດ ຈະສິ້ນສຸດລົງ ແຕ່ຄວາມຈິງແລ້ວ, ໂລກລະບາດຍັງເກີດຂຶ້ນໃນໄລຍະຍາວ. ເຖິງວ່າສະພາບການຢູ່ຫຼາຍປະເທດມີສັນຍານດີຂຶ້ນແລ້ວກໍ່ຕາມແຕ່ໃນທົ່ວໂລກ ໂລກລະບາດຍັງພວມແຜ່ລາມຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ