WHO: ຕ້ອງ​ຮຽນຮູ້ວິທີດໍາລົງ​ຊີວິດ​ຢູ່​ຮ່ວມ​ກັນ​ກັບ​ໂລ​ກລະບາດ​ໂຄ​ວິດ - 19

(VOVWORLD) -ເຖິງວ່າບັນດາຄວາມມານະພະຍາຍາມພັດທະນາວັກຊິນ ພວມດໍາເນີນໄປໃນລະດັບບັນລຸສະຖິຕິກໍຕາມ, ແຕ່ໂລກກໍ່ຕ້ອງຮຽນຮູ້ວິທີດໍາລົງຊີວິດຢູ່ຮ່ວມກັນກັບໂລກລະບາດໂຄວິດ - 19 ແລະ ຕໍ່ສູ້ກັບມັນດ້ວຍບັນດາພາຫະນະອຸປະກອນທີ່ພວກເຮົາພວມມີຢູ່.

        ວັນທີ 31 ກໍລະກົດ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ເຖິງວ່າບັນດາຄວາມມານະພະຍາຍາມພັດທະນາວັກຊິນ ພວມດໍາເນີນໄປໃນລະດັບບັນລຸສະຖິຕິກໍຕາມ, ແຕ່ໂລກກໍ່ຕ້ອງຮຽນຮູ້ວິທີດໍາລົງຊີວິດຢູ່ຮ່ວມກັນກັບໂລກລະບາດໂຄວິດ - 19 ແລະ ຕໍ່ສູ້ກັບມັນດ້ວຍບັນດາພາຫະນະອຸປະກອນທີ່ພວກເຮົາພວມມີຢູ່.

        ທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ ໄດ້ຍົກອອກຄໍາກ່າວເຕືອນດັ່ງກ່າວໃນກອງປະຊຸມຂອງຄະນະກໍາມະການຂັ້ນສູງ ເຊິ່ງໄດ້ດໍາເນີນ ພາຍຫຼັງທີ່ປະກາດໂລກລະບາດໂຄວິດ - 19 ເປັນສະພາວະສາທາລະນະສຸກສຸກເສີນໃນຊຸມຊົນ ເປັນເວລາ 6 ເດືອນ.

ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 01 ສິງຫາຕາມເວລາ UTC, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 17.754.183 ຄົນ, ໃນນັ້ນມີ 682.885 ຄົນ ເສຍຊີວິດ. ຈໍານວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 11.158.280 ຄົນ ແລະ ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນໜັກກວ່າໝູ່ຢູ່ໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ