WHO ຢັ້ງ​ຢຶນ​ເຊື້ອ​ໄວ​ຣັດ SARS – CoV – 2 ອາດ​ຈະ​ແຜ່ຈາກຄົນຕ​ໍ່​ສັດ

(VOVWORLD) -ທ່ານ Malita Vujnovic ຜູ້ຕາງໜ້າ WHO ປະຈຳ ລັດເຊຍ ຖືວ່າ ປັດຈຸບັນຍັງບໍ່ທັນຢັ້ງຢືນ ໄດ້ “ສາຍເຫດຊັດເຈນ”, ນັກຊ່ຽວຊານການແພດນີ້ຖືວ່າ ສິ່ງສຳຄັນທີ່ສຸດ ແມ່ນຕ້ອງຮູ້ວ່າ ສັດຊະນິດໃດຕິດເຊື້ອງ່າຍທີ່ສຸດ ເພື່ອຊອກຫາບັນດາສະຖານທີ່ແຜ່ລະບາດຈາກສັດ ແລະ ຫຼີກລ້ຽງບັນດາບັ້ນເກີດໂລກລະບາດໂຄວິດ - 19 ໃໝ່ໃນອະນາຄົດ.
WHO ຢັ້ງ​ຢຶນ​ເຊື້ອ​ໄວ​ຣັດ SARS – CoV – 2 ອາດ​ຈະ​ແຜ່ຈາກຄົນຕ​ໍ່​ສັດ - ảnh 1ພາບປະກອບ: AFP/TTXVN

ວັນທີ 5 ເມສາ, ອົງການອະນາໄມໂລກ (WHO) ໄດ້ຢັ້ງຢືນຄວາມອາດສາມາດຕິດເຊື້ອໄວຣັດ SARS – CoV – 2 ອາດຈະແຜ່ຈາກຄົນຕໍ່ສັດລ້ຽງບາງຊະນິດ ແລະ ສັດປ່າຄື ໝາ, ແມວ, ເຫງັຍ,  ໝີແພນດ້າ, ສິງໂຕ ແລະ ເສືອ, ພ້ອມທັງຄົ້ນຄ້ວາຜົນສະທ້ອນຂອງ ໄວຣັດ ຕໍ່ສັດຊະນິດຕ່າງໆ. ທ່ານ Malita Vujnovic ຜູ້ຕາງໜ້າ WHO ປະຈຳ ລັດເຊຍ ຖືວ່າ ປັດຈຸບັນຍັງບໍ່ທັນຢັ້ງຢືນ ໄດ້ “ສາຍເຫດຊັດເຈນ”, ນັກຊ່ຽວຊານການແພດນີ້ຖືວ່າ ສິ່ງສຳຄັນທີ່ສຸດ ແມ່ນຕ້ອງຮູ້ວ່າ ສັດຊະນິດໃດຕິດເຊື້ອງ່າຍທີ່ສຸດ ເພື່ອຊອກຫາບັນດາສະຖານທີ່ແຜ່ລະບາດຈາກສັດ ແລະ ຫຼີກລ້ຽງບັນດາບັ້ນເກີດໂລກລະບາດໂຄວິດ - 19 ໃໝ່ໃນອະນາຄົດ. ປັດຈຸບັນ, ບັນດາຜູ້ຕິດເຊື້ອພະຍາດໂຄວິດ - 19 ແລະ ຜູ້ມີຄວາມສ່ຽງຄວນຈຳກັດການສຳຜັດກັບສັດລ້ຽງ ແລະ ສັດຊະນິດຕ່າງໆ. ຍ້ອນວ່າ ໄວຣັດສາມາດເຄື່ອນຍ້າຍໃນປະຊາຊົນ ແລະ ສັດ, ແຢນ ຂອງ ໄວຣັດ ອາດຈະປ່ຽນແປງ ແລະ ເຮັດໃຫ້ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນີ້ສັບສົນຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ