WHO ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ ຫຼີກ​ລ້ຽງ​ການ​ຕອບ​ໂຕ້ຫຼາຍ​ເກີນ​ໄປ​ໃນເວ​ລາ​ປະ​ຕິ​ບັດ​ບັນ​ດາ​ມາ​ດ​ຕະ​ການ​ສະ​ກັດ​ກັ້ນ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron

(VOVWORLD) -ທ່ານຜູ້ອຳນວຍການໃຫຍ່ ອົງການ WHO Tedros Adhanom Ghebreyesus ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ບາງປະເທດພວມປະຕິບັດມາດຕະການສະກັດກັ້ນເຊື້ອໄວຣັດກາຍພັນ Omicron ທີ່ແຜ່ລາມເຂົ້າປະເທດຕົນ.
WHO ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ ຫຼີກ​ລ້ຽງ​ການ​ຕອບ​ໂຕ້ຫຼາຍ​ເກີນ​ໄປ​ໃນເວ​ລາ​ປະ​ຕິ​ບັດ​ບັນ​ດາ​ມາ​ດ​ຕະ​ການ​ສະ​ກັດ​ກັ້ນ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron - ảnh 1ສະໜາມບິນ Schiphol, ໂຮນລັງ (ພາບປະກອບ: Reuters)

        ໃນບົດກ່າວປາໄສທີ່ສົ່ງໄປຍັງ 194 ປະເທດສະມາຊິກ ອົງການອະນາໄມໂລກ (WHO), ວັນທີ 30 ພະຈິກ, ທ່ານຜູ້ອຳນວຍການໃຫຍ່ ອົງການ WHO Tedros Adhanom Ghebreyesus ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ບາງປະເທດພວມປະຕິບັດມາດຕະການສະກັດກັ້ນເຊື້ອໄວຣັດກາຍພັນ Omicron ທີ່ແຜ່ລາມເຂົ້າປະເທດຕົນ.

        ທ່ານ Tedros ຖືວ່າ ບັນດາມາດຕະການນັ້ນ ບໍ່ມີປະສິດທິຜົນຢ່າງແທ້ຈິງ ແລະ ບໍ່ມີຫຼັກຖານອ້າງອີງລະອຽດ. ກົງກັນຂ້າມ, ບັນດາມາດຕະການເຫຼົ່ານັ້ນ ຈະກໍ່ຜົນເສຍຫາຍຕໍ່ບັນດາປະເທດຢູ່ ອາຟະລິກາໃຕ້ ອີກດ້ວຍ. ດັ່ງນັ້ນ, ການນຳອົງການ WHO ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງປະຕິບັດມາດຕະການຢ່າງສະຫຼາດສ່ອງໃສ, ສົມສ່ວນເພື່ອຫຼຸດຜ່ອນຄວາມສ່ຽງ, ສອດຄ່ອງກັບກົດລະບຽບສາທາລະນະສຸກສາກົນ (IHR) ປີ 2015, ມີຄວາມອຸ່ນອ່ຽນ ແລະ ມີການສົມທົບກັນຢ່າງແໜ້ນແຟ້ນ. ທ່ານ Tedros ກໍໃຫ້ຮູ້ວ່າ ປັດຈຸບັນ, ມີຂໍ້ມູນຫຼາຍຢ່າງກ່ຽວກັບເຊື້ອໄວຣັດກາຍພັນ Omicron ແມ່ນຍັງບໍ່ທັນມີຄຳຕອບເທື່ອ.  


ຕອບກັບ

ຂ່າວ/ບົດ​ອື່ນ