WHO ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ການ​ແຈກ​ຢາຍ​ຈຳ​ໜ່າຍວັກ​ຊິນ​ກັ​ນ​ພະ​ຍາດໂຄວິດ - 19 ຢ່າງ​ສະ​ເໝີ​ພາບ

(VOVWORLD) -ທ່ານ Tedros Adhanom Ghebreyesus ຖືວ່າ ແງ່ຫວັງໃນການແຈກຢາຍຈຳໜ່າຍວັກຊິນຢ່າງມີສະເໝີພາບພວມຊ້ອນແຝງຄວາມສ່ຽງຮ້າຍແຮງ, ໃນສະພາບການ ລາຍການແບ່ງປັນວັກຊິນ COVAX ຄາດວ່າຈະຜັນຂະຫຍາຍການສັກຢາເລີ່ມແຕ່ເດືອນກຸມພາຈະມາເຖິງ. 
WHO ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ການ​ແຈກ​ຢາຍ​ຈຳ​ໜ່າຍວັກ​ຊິນ​ກັ​ນ​ພະ​ຍາດໂຄວິດ - 19 ຢ່າງ​ສະ​ເໝີ​ພາບ - ảnh 1ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) (ພາບ: TTXVN)

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນຫາແຈກຢາຍຈຳໜ່າຍວັກຊິນກັນພະຍາດໂຄວິດ - 19 ໃນທົ່ວໂລກ ໃນປັດຈຸບັນ, ໃນນັ້ນທ່ານຖືວ່າ ໂລກພວມຢູ່ ປາກເຫວຂອງ “ຄວາມປະລາໄຊຢ່າງຮ້າຍແຮງກ່ຽວກັບຄຸນສົມບັດ”, ທ່ານກໍ່ເລັ່ງບັນດາປະເທດ ແລະ ຜູ້ຜະລິດແບ່ງປັນວັກວິນໃນທົ່ວໂລກຢ່າງມີສະເໝີພາບກ່ວາ. ກ່າວຄຳເຫັນທີ່ກອງປະຊຸມປະຈຳປີ ຂອງ ຄະນະຜູ້ອຳນວຍການບໍລິຫານ WHO ເຊິ່ງໄດ້ຈັດຕາມຮູບການທາງອອນລາຍໃນວັນທີ 18 ມັງກອນ, ທ່ານ Tedros Adhanom Ghebreyesus ຖືວ່າ ແງ່ຫວັງໃນການແຈກຢາຍຈຳໜ່າຍວັກຊິນຢ່າງມີສະເໝີພາບພວມຊ້ອນແຝງຄວາມສ່ຽງຮ້າຍແຮງ, ໃນສະພາບການ ລາຍການແບ່ງປັນວັກຊິນ COVAX ຄາດວ່າຈະຜັນຂະຫຍາຍການສັກຢາເລີ່ມແຕ່ເດືອນກຸມພາຈະມາເຖິງ. ທ່ານ Tedros Adhanom Ghebreyesus ໃຫ້ຮູ້ວ່າມີວັກຊິນກັນພະຍາດໂຄວິດ - 19 ກ່ວາ 39 ລ້ານໂດສ ໄດ້ແລະພວມແຈກຢາຍຈຳໜ່າຍຢູ່ 49 ປະເທດທີ່ມີລາຍຮັບສູງກ່ວາ, ໃນຂະນະນັ້ນ ປະເທດທຸກຍາກໄດ້ຮັບວັກຊິນພຽງແຕ່ 25 ລ້ານ ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ