WHO ເຊື່ອໝັ້ນວ່າ ຫວຽດນາມ ຄວບຄຸມໄດ້ສະພາບການໂລກລະບາດໃນປະຈຸບັນ

(VOVWORLD) -WHO ມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະສາມາດຄວບຄຸມ ແລະ ຍູ້ການແຜ່ລະບາດແຕ່ລະຮອບໃຫ້ຖອຍໄປ ຜ່ານວິທີສຳຜັດຂອງທັງລັດຖະບານ ແລະ ທົ່ວສັງຄົມ.
WHO ເຊື່ອໝັ້ນວ່າ ຫວຽດນາມ ຄວບຄຸມໄດ້ສະພາບການໂລກລະບາດໃນປະຈຸບັນ - ảnh 1ທ່ານປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ
(ພາບ: TTXVN)

ໃນສະພາບຫວຽດນາມ ພວມຕ້ອງຮັບມືກັບກະແສແຜ່ລະບາດຂອງໂລກລະບາດໂຄວິດ-19 ຮອບທີ 4, ທ່ານປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ ຕີລາຄາວ່າ, ຫວຽດນາມ ໄດ້ເພີ່ມທະວີບັນດາມາດຕະການຮັບມື ເຊິ່ງໄດ້ພິສູດໃຫ້ເຫັນວ່າມີປະສິດທິຜົນ ຜ່ານການແຜ່ລະບາດແຕ່ລະຮອບທີ່ຜ່ານມາ. WHO ມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະສາມາດຄວບຄຸມ ແລະ ຍູ້ການແຜ່ລະບາດແຕ່ລະຮອບໃຫ້ຖອຍໄປ ຜ່ານວິທີສຳຜັດຂອງທັງລັດຖະບານ ແລະ ທົ່ວສັງຄົມ.

        ທ່ານປະລິນຍາເອກ Kidong Park ໃຫ້ຮູ້ວ່າ, WHO ແມ່ນອົງການຮ່ວມສ້າງຕັ້ງຂອງ COVAX Facility. COVAX Facility ໃຫ້ຄຳໝັ້ນສັນຍາຮອດທ້າຍປີ 2021 ຈະສະໜອງວັກຊິນກັນໂຄວິດ-19 ໃຫ້ 20% ຈຳນວນພົນລະເມືອງຂອງບັນດາປະເທດເຂົ້າຮ່ວມກົນໄກດັ່ງກ່າວ, ໃນນັ້ນມີຫວຽດນາມ. ກ່ຽວກັບວິທີການວິໄຈ, ສຳລັບຫວຽດນາມ ແລ້ວ, WHO ໄດ້ ແລະ ພວມໃຫ້ຄຳປຶກສາດ້ານເຕັກນິກເພື່ອສ້າງບັນດາການແນະນຳ ແລະ ຍຸດທະສາດວິໄຈແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ