WHO ໃຫ້​ຂໍ້​ສັງ​ເກດ ພະ​ຍາດ​ຝີ​ຕຸ່ມ​ລີງ ຍັງ​ຢູ່​ໃນ​ຄວາມ​ຄວບ​ຄຸມ

(VOVWORLD) -ໄລ່ມາຮອດປັດຈຸບັນ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດຝີຕຸມລີງ 131 ຄົນ ແລະ ເພີ່ມຂຶ້ນ 106 ຄົນ ນັບແຕ່ມື້ກວດພົບເຫັນພະຍາດດັ່ງກ່າວກ່ອນນີ້ປະມານ 3 ອາທິດ ຢູ່ບັນດາປະເທດຢູ່ນອກທະວີບ ອາຟະລິກາ - ເຊິ່ງເປັນບ່ອນປະຈຳທີ່ຂອງພະຍາດດັ່ງກ່າວ.
WHO ໃຫ້​ຂໍ້​ສັງ​ເກດ ພະ​ຍາດ​ຝີ​ຕຸ່ມ​ລີງ ຍັງ​ຢູ່​ໃນ​ຄວາມ​ຄວບ​ຄຸມ - ảnh 1ເດັກນ້ອຍຜູ້ໜຶ່ງຢູ່ Liberia ທີ່ຕິດພະຍາດ ຝີຕຸ່ມລີງ (ພາບ: Getty Images/TTXVN)

  ອົງການອະນາໄມໂລກ (WHO) ໄດ້ອອກຖະແຫຼງການໃນວັນທີ 24 ພຶດສະພາ ໂດຍໃຫ້ຮູ້ວ່າ ໄລ່ມາຮອດປັດຈຸບັນ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດຝີຕຸມລີງ 131 ຄົນ ແລະ ເພີ່ມຂຶ້ນ 106 ຄົນ ນັບແຕ່ມື້ກວດພົບເຫັນພະຍາດດັ່ງກ່າວກ່ອນນີ້ປະມານ 3 ອາທິດ ຢູ່ບັນດາປະເທດນອກທະວີບ ອາຟະລິກາ.

        ໃນຖະແຫຼງການຂອງຕົນ, WHO ຕີລາຄາວ່າ ເຖິງວ່າ ການແຜ່ລະບາດຂອງພະຍາດດັ່ງກ່າວ ແມ່ນສິ່ງທີ່ບໍ່ເປັນປົກກະຕິ, ແຕ່ຍັງນອນຢູ່ໃນການຄວບຄຸມ. ອົງການດັ່ງກ່າວກໍໃຫ້ຮູ້ວ່າ ຈະຈັດກອງປະຊຸມເພີ່ມເຕີມ ເພື່ອແນໃສ່ຍົກອອກຂໍ້ສະເໜີແນະໃໝ່ໜູນຊ່ວຍບັນດາປະເທດສະມາຊິກຮັບມືກັບການແຜ່ລະບາດຂອງພະຍາດຝີຕຸ່ມລີງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ