WHO: ໄລຍະຕ້ານໂຄວິດ-19 ຍັງຍາວນານຢູ່

(VOVWORLD) - ວັນທີ 03 ສິງຫາ, ອົງການອະນາໄມໂລກ (WHO) ໄດ້ກະຕຸກຊຸກຍູ້ບັນດາປະເທດທັງໝົດ ແລະ ປະຊາຊົນໃນທົ່ວໂລກ ຄວນເປັນເຈົ້າການເພີມທະວີບັນດາມາດຕະການຮັກສາສຸຂະພາບຄືໃສ່ຜ້າອັດປາກ-ອັດດັງ, ແຍກຫ່າງໃນສັງຄົມ, ລ້າງມື ແລະ ວິໄຈຫາເຊື້ອໂຄວິດ-19 ໂດຍໄວ, ພ້ອມທັງກ່າວເຕືອນວ່າ ໄລຍະທີ່ນຳໂລກກັບຄືນສູ່ສະພາບເປັນປົກກະຕິຄືກ່ອນໄລຍະໂຄວິດ-19 ແຜ່ລະບາດຈະຍັງຍາວນານຢູ່. 
WHO: ໄລຍະຕ້ານໂຄວິດ-19 ຍັງຍາວນານຢູ່ - ảnh 1(ພາບປະກອບ / AFP/TTXVN)

  ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍຢູ່ ເຊີແນວ (ປະເທດສະວິດ), ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ແລະ ທ່ານ Mike Ryan ຜູ້ອຳນວຍການຮັບຜິດຊອບບັນດາກໍລະນີສຸກເສີນ WHO ໄດ້ກະຕຸກຊຸກຍູ້ບັນດາປະເທດທັງໝົດ ຄວນເປັນເຈົ້າການເພີມທະວີບັນດາມາດຕະການຮັກສາສຸຂະພາບ.

        ໄປຄຽງຄູ່ກັນນັ້ນ, ທ່ານ Tedros ກໍ່ໃຫ້ຮູ້ວ່າ: ປະຈຸບັນມີວັກຊິນຫລາຍຊະນິດພວມທົດລອງໃນໄລຍະທີ 3 ສຳລັບມະນຸດ ແລະ ພວກເຮົາຫວັງວ່າ ຈະມີວັກຊິນບາງຊະນິດທີ່ມີປະສິດທິຜົນ ເພື່ອຊ່ວຍສະກັດກັ້ນຄວາມສ່ຽງຕິດແປດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ