WIPO ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ຊຸກຍູ້, ຍົກສູງກຳລັງຄວາມສາມາດລະບົບປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມສຳນັກງານອົງການຊັບສິນທາງປັນຍາໂລກ (WIPO).
WIPO ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ຊຸກຍູ້, ຍົກສູງກຳລັງຄວາມສາມາດລະບົບປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມສຳນັກງານອົງການຊັບສິນທາງປັນຍາໂລກ)

ຕອນເຊົ້າວັນທີ 29 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ສະວິດ ຢ່າງເປັນທາງການ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມສຳນັກງານອົງການຊັບສິນທາງປັນຍາໂລກ (WIPO). ທີ່ການພົບປະກັບຜູ້ອຳນວຍການໃຫຍ່ WIPO, ທ່ານ Daren Tang, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ WIPO ຈົ່ງສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາການເຄື່ອນໄຫວຜັນຂະຫຍາຍຍຸດທະສາດສັບຊິນທາງປັນຍາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສັບຊິນທາງປັນຍາ, ບຳລຸງສ້າງຖັນແຖວນັກຊ່ຽວຊານໃຫ້ມີຄວາມສາມາດຢ່າງພຽງພໍເພື່ອຂຸດຄົ້ນຮາກຖານຂໍ້ມູນປະດິດຄິດສ້າງ, ປະກອບສ່ວນເຂົ້າໃນການພັດທະນາບັນດາຂະແໜງເສດຖະກິດ - ເຕັກນິກປາຍແຫຼມຂອງ ຫວຽດນາມ ໃນອະນາຄົດ. ທ່ານປະທານປະເທດສະເໜີໃຫ້ WIPO ຈົ່ງສືບຕໍ່ໜູນຊ່ວຍ ຫວຽດນາມ ຊຸກຍູ້, ຍົກສູງກຳລັງຄວາມສາມາດຂອງລະບົບປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ; ເອົາໃຈໃສ່ໜູນຊ່ວຍດ້ານເຕັກນິກໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ສ້າງຊຸດດັດຊະນີວັດແທກການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງຂັ້ນທ້ອງຖິ່ນໃນໄລຍະຈະມາເຖິງ.

        ສ່ວນທ່ານຜູ້ອຳນວຍການໃຫຍ່ Daren Tang ໃຫ້ຄຳໝັ້ນສັນຍາ ຈະຕັ້ງໜ້າໜູນຊ່ວຍ ຫວຽດນາມ ກ່ຽວກັບແຫຼ່ງກຳລັງ ແລະ ເຕັກນິກ, ຊ່ວຍຍົກລະດັບລະບົບສັບຊິນທາງປັນຍາແຫ່ງຊາດ ແລະ ລະບົບຊີວະພາບປ່ຽນແປງໃໝ່ປະດິດຄິດສ້າງ ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ