WTO ຕົກ​ລົງ​ຍອມ​ຮັບ​ກັບ​ເລື່ອງ​ອາ​ເມ​ລິ​ກາ ຈັດ​ວາງ​ພາ​ສີສຳ​ລັບ​ສິນ​ຄ້າ ຂອງ EU ຢ່າງ​ເປັນ​ທາງກ​ານ

(VOVWORLD) -ບັນດາມາດຕະການດ້ານພາສີຂອງ ອາເມລິກາເພື່ອແນໃສ່ເຂົ້າ ສິນຄ້າໃຊ້ສອຍປະຈຳວັນຂອງ ເອີລົບ ອາດຈະມີຜົນສັກສິດໃນວັນທີ 18 ຕຸລາຈະມາເຖິງ.
WTO ຕົກ​ລົງ​ຍອມ​ຮັບ​ກັບ​ເລື່ອງ​ອາ​ເມ​ລິ​ກາ ຈັດ​ວາງ​ພາ​ສີສຳ​ລັບ​ສິນ​ຄ້າ ຂອງ EU ຢ່າງ​ເປັນ​ທາງກ​ານ - ảnh 1

ຊີດສ ທີ່ໄດ້ວາງສະແດງຂາຍຢູ່ຊຸບເປີ້ມາກແກັດຢູ່ Saintes, ຝລັ່ງ (ພາບ: AFP/TTXVN)

ອົງການແກ້ໄຂການຂັດແຍ່ງຂອງ WTO (DSB), ລວມມີຜູ້ຕາງໜ້າຂອງ 164 ປະເທດສະມາຊິກ, ວັນທີ 14 ຕຸລາ ໄດ້ອອກຂໍ້ຕົກລົງອະນຸຍາດໃຫ້ ອາເມລິກາ ຈັດວາງພາສີສຳລັບປະລິມານສິນຄ້າຂອງ ສະຫະພາບ ເອີລົບ (EU) ກ່ຽວຂ້ອງເຖິງນະໂຍບາຍໜູນຊ່ວຍຂອງ ອົງການນີ້ສະຫງວນໃຫ້ແກ່ ບໍລິສັດປະດິດສ້າງ ເຮືອບິນ Airbus ໂດຍມີມູນຄ່າ 7,5 ຕື້ USD. ຕາມນັ້ນແລ້ວ, ບັນດາມາດຕະການດ້ານພາສີຂອງ ອາເມລິກາເພື່ອແນໃສ່ເຂົ້າ ສິນຄ້າໃຊ້ສອຍປະຈຳວັນຂອງ ເອີລົບ ອາດຈະມີຜົນສັກສິດໃນວັນທີ 18 ຕຸລາຈະມາເຖິງ.

ໃນວັນດຽວກັນພາຍຫຼັງ WTO ອອກຄຳຕັດສິນ, ໃນບົດກ່າວປາໄສ, ທ່ານນາງ Cecilia Malmstrom ກຳມະການການຄ້າສະຫະພາບເອີລົບ (EU) ຢັ້ງຢືນວ່າ ເອີລົບຈະຕໍ່ສູ້ສຸດກົກສຸດປາຍເພື່ອແນໃສ່ສະກັດກັ້ນບັນດາມາດຕະການພາສີຂອງ ອາເມລິກາເພື່ອແນເຂົ້າໃສ່ສິນຄ້າຂອງ EU ທີ່ກ່ຽວຂ້ອງເຖິງນະໂຍບາຍໜູນຊ່ວຍທີ່ຜິດກົດໝາຍເຊິ່ງອົງການນີ້ສະຫງວນໃຫ້ Airbus.

ຕອບກັບ

ຂ່າວ/ບົດ​ອື່ນ