WTO ຕັ້ງ​ຄວາມ​ຫວັງ ຍູ້​ໄວ​ຄວາມ​ຄືບ​ໜ້າສະ​ໜອງວັກ​ຊິນ ໃຫ້​ແກ່​ບັນ​ດາ​ປະ​ເທດ​ທຸກ​ຍາກ

(VOVWORLD) -ບັນດາປະເທດສະມາຊິກ WTO ໄດ້ເຫັນດີເປັນເອກະພາບເລີ່ມດຳເນີນການເຈລະຈາກ່ຽວກັບແຜນການຊຸກຍູ້ການສະໜອງວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດພັດທະນາຢ່າງເປັນທາງການ. ຜູ້ນຳໜ້າອົງການດັ່ງກ່າວ ຫວັງວ່າ ການເຈລະຈາຄັ້ງນີ້ ຈະຊ່ວຍບັນລຸໄດ້ຂໍ້ຕົກລົງທີ່ແທດຈິງ, ມີຜົນປະໂຫຍດແກ່ບັນດາປະເທດພວມພັດທະນາ ກໍຄື ປົກປ້ອງການເຄື່ອນໄຫວຄົ້ນຄວ້າ  ແລະ ປະດິດຄິດສ້າງ.
WTO ຕັ້ງ​ຄວາມ​ຫວັງ ຍູ້​ໄວ​ຄວາມ​ຄືບ​ໜ້າສະ​ໜອງວັກ​ຊິນ ໃຫ້​ແກ່​ບັນ​ດາ​ປະ​ເທດ​ທຸກ​ຍາກ - ảnh 1ພະນັກງານສະຫະປະຊາຊາດ ກວດກາ ງວດວັກຊິນ ສົ່ງໄປຍັງ Tunisia (ພາບ: THX/TTXVN)

ວັນທີ 12 ມິຖຸນາ, ທ່ານ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ອົງການການຄ້າ ໂລກ (WTO) ໄດ້ຖະແຫຼງມີແຜນການໜຶ່ງເພື່ອບັນລຸໄດ້ຂໍ້ຕົກລົງທົ່ວໂລກ ແນໃສ່ສະໜອງວັກຊິນກັນພະຍາດໂຄວິດ - 19 ເພີ່ມເຕີມໃຫ້ແກ່ບັນດາປະເທດພວມພັດທະນາ, ໂດຍບໍ່ຫົວຊາຕໍ່ຄວາມບໍ່ລົງລອຍກັນ ເຊິ່ງກ່ຽວຂ້ອງເຖິງບັນຫາຊັບສິນທາງປັນຍາຂອງບັນດາບໍລິສັດການຢາ. ກ່າວຄຳເຫັນຕໍ່ນັກຂ່າວ ກ່ອນທີ່ເຂົ້າຮ່ວມການປຶກສາຫາລືກັບການນຳບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7), ທ່ານຜູ້ອຳນວຍການໃຫຍ່ WTO ສະແດງຄວາມຫວັງວ່າ ຈະມີຂໍ້ມູນຫຼາຍຂໍ້ທີ່ຈະແຈ້ງກວ່າ ກ່ຽວກັບໄລຍະທາງຕໍ່ໜ້າ ຊຶ່ງກ່ຽວຂ້ອງເຖິງບັນຫາຍົກເລີກສິດຊັບສິນທາງປັນຍາໃນເດືອນ ກໍລະກົດ ນີ້./.

        ວັນທີ 9 ມິຖຸນາ, ບັນດາປະເທດສະມາຊິກ WTO ໄດ້ເຫັນດີເປັນເອກະພາບເລີ່ມດຳເນີນການເຈລະຈາກ່ຽວກັບແຜນການຊຸກຍູ້ການສະໜອງວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດພັດທະນາຢ່າງເປັນທາງການ. ຜູ້ນຳໜ້າອົງການດັ່ງກ່າວ ຫວັງວ່າ ການເຈລະຈາຄັ້ງນີ້ ຈະຊ່ວຍບັນລຸໄດ້ຂໍ້ຕົກລົງທີ່ແທດຈິງ, ມີຜົນປະໂຫຍດແກ່ບັນດາປະເທດພວມພັດທະນາ ກໍຄື ປົກປ້ອງການເຄື່ອນໄຫວຄົ້ນຄວ້າ  ແລະ ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ