WTO ປັບ​ປຸງ​ການ​ຈັດ​ຕັ້ງ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່

(VOVWORLD) -ທີ່ກອງປະຊຸມ, ບັນດານັກປະຖະກະຖາ ລ້ວນແຕ່ເນັ້ນໜັກເຖິງລະບົບການຄ້າທົ່ວໂລກ ບົນພື້ນຖານກົດໝາຍສືບຕໍ່ສວມບົດບາດເປັນສຳຄັນ, ເຊິ່ງສະແດງໃຫ້ເຫັນຢູ່ບົດບາດຫຼັກແຫຼ່ງຂອງການຄ້າສາກົນໃນການຮັບມືກັບໂລກລະບາດ ໂຄວິດ - 19, ພ້ອມທັງຖືວ່າ ຕ້ອງບຸລິມະສິດໃຫ້ແກ່ການປັບປຸງການຈັດຕັ້ງ WTO. 
WTO ປັບ​ປຸງ​ການ​ຈັດ​ຕັ້ງ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່ - ảnh 1

ສຳນັກງານ WTO ຢູ່ເຊີແນວ, ປະເທດ ສະວິດ (ພາບ: AFP/TTXVN)

ຄະນະເລຂາອົງການການຄ້າ ໂລກ (WTO) ຫາກໍ່ຈັດກອງປະຊຸມທາງອອນລາຍດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງຂອງ ບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ວົງການວິສາຫະກິດ, ອົງການຈັດຕັ້ງສັງຄົມ ແລະ ສື່ມວນຊົນຈຳນວນໜຶ່ງ ເພື່ອປຶກສາຫາລືກ່ຽວກັບຜົນກະທົບຂອງ WTO ໃນໄລຍະ 25 ປີທີ່ຜ່ານມາ, ບັນດາບັນຫາເຊິ່ງ WTO ຕ້ອງແກ້ໄຂໃນຊຸມປີຈະມາເຖິງ ເພື່ອແນໃສ່ຮັບປະກັນລະບົບການຄ້າສະເໝີພາບ.

ທີ່ກອງປະຊຸມ, ບັນດານັກປະຖະກະຖາ ລ້ວນແຕ່ເນັ້ນໜັກເຖິງລະບົບການຄ້າທົ່ວໂລກ ບົນພື້ນຖານກົດໝາຍສືບຕໍ່ສວມບົດບາດເປັນສຳຄັນ, ເຊິ່ງສະແດງໃຫ້ເຫັນຢູ່ບົດບາດຫຼັກແຫຼ່ງຂອງການຄ້າສາກົນໃນການຮັບມືກັບໂລກລະບາດ ໂຄວິດ - 19, ພ້ອມທັງຖືວ່າ ຕ້ອງບຸລິມະສິດໃຫ້ແກ່ການປັບປຸງການຈັດຕັ້ງ WTO. ບັນດານັກປະຖະກະຖາກໍ່ເຕື້ອງເຖິງບົດບາດຂອງ WTO ໃນອະນາຄົດຄືການຊຸກຍູ້ສັນຕິພາບ, ການປົກປັກຮັກສາໜ່ວຍໂລກ ແລະ ມຸ່ງໄປສູ່ບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ