WTO ຮຽກຮ້ອງໃຫ້ບັນດາປະເທດຊຸກຍູ້ການປະຕິຮູບການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກໃໝ່

(VOVWORLD) -ການເຈລະຈາການປະຕິຮູບ WTO ຄວນເອົາໃຈໃສ່ເຖິງບັນດາຈຸດສຸມຄື: ເຈລະຈາການຄ້າເອເລັກໂຕນິກຕ້ອງກ້າວໄປເຖິງສັນຍາສາກົນມີຄວາມເລິກເຊິ່ງ, ກວ້າງຂວາງ

WTO ຮຽກຮ້ອງໃຫ້ບັນດາປະເທດຊຸກຍູ້ການປະຕິຮູບການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກໃໝ່ - ảnh 1

ສຳນັກງານອົງການ WTO

(ພາບປະກອບ: wto.org)

ທ່ານຮອງຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) Alan Wolff ໄດ້ຕັ້ງໜ້າຮຽກຮ້ອງໃຫ້ບັນດາປະເທດຈົ່ງປະກອບສ່ວນ ແລະ ຊຸກຍູ້ວິວັດທະນາການປະຕິຮູບ WTO, ພ້ອມທັງຖືວ່າ “ການປະຕິຮູບ WTO ແມ່ນວຽກງານທີ່ຈຳເປັນ ແລະ ມີຄວາມເປັນໄປໄດ້” ເພື່ອແນໃສ່ຮັບມືກັບວິກິດການໃນປະຈຸບັນ.

        ໃນວາລະປະຊຸມໂຕະມົນກຸ່ມ “1+6” ຫວ່າງມໍ່ໆມານີ້ຂອງບັນດາການນຳ 6 ລະບອບສາກົນລວມມີ WTO, ທະນາຄານໂລກ (WB), ກອງທຶນເງິນຕາສາກົນ (IMF), ອົງການແຮງງານສາກົນ (ILO), ອົງການຈັດຕັ້ງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ແລະ ຄະນະຮັບປະກັນດ້ານການເງິນ, ທ່ານ Alan Wolff  ໄດ້ກະຕຸກຊຸ້ກຍູ້ໃຫ້ສະມາຊິກ WTO, ໂດຍສະເພາະແມ່ນບັນດາສະມາຊິກໃຫຍ່ຄື: ອາເມລິກາ, ຈີນ, ສະຫະພາບເອີລົບ ແລະ ຍີ່ປຸ່ນ, ຈົ່ງເລີ່ມຕົ້ນການເຂົ້າຮ່ວມເພື່ອແນໃສ່ປະຕິຮູບ Alan Wolff ຢ່າງເຂັ້ມງວດ.

        ຕາມທ່ານຮອງຜູ້ອຳນວຍການໃຫຍ່ WTO ແລ້ວ, ການເຈລະຈາການປະຕິຮູບ WTO ຄວນເອົາໃຈໃສ່ເຖິງບັນດາຈຸດສຸມຄື: ເຈລະຈາການຄ້າເອເລັກໂຕນິກຕ້ອງກ້າວໄປເຖິງສັນຍາສາກົນມີຄວາມເລິກເຊິ່ງ, ກວ້າງຂວາງ; ສັນຍາກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານຕ້ອງໄດ້ອັບເດດ ແລະ ຄວນກວມເອົາທັງອຸປະກອນການແພດທີ່ຈຳເປັນເພື່ອຮັບມືກັບໂລກລະບາດ; ເຈລະຈາກ່ຽວກັບສັນຍາໃຫ້ໄດ້ສະບັບສິນຄ້າສິ່ງແວດລ້ອມຄວນໄດ້ຮັບການຟື້ນຟູ ແລະ ບັນລຸໄດ້ສັນຍາໜຶ່ງ…

ຕອບກັບ

ຂ່າວ/ບົດ​ອື່ນ