ກົດ​ບັດ​ ສ​ປ​ຊ ຕ້ອງໄດ້​ຍົກ​ສູງ​ຄືດັງ​ບັນ​ດາ​ບັນ​ທັດ​ຖານ​ໃນ​ການ​ພົວ​ພັນ​ສາ​ກົນ

(VOVWORLD) -ໃນຂອບເຂດວາລະກອງປະຊຸມປຶກສາຫາລືລວມສຸດຍອດ ຊຸດທີ 75 ຂອງສະມັດຊາໃຫຍ່ ສປຊ ທີ່ດຳເນີນໃນລະຫວ່າງວັນທີ 22 – 29 ກັນຍາ 2020, ຢູ່ນິວຢອກ (ປະເທດ ອາເມລິກາ), ວັນທີ 25 ກັນຍາ 2020 (ຕາມເວລາ ຫວຽດນາມ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ມີສານສຳຄັນສົ່ງໄປຍັງ ກອງປະຊຸມດັ່ງກ່າວ.
ກົດ​ບັດ​ ສ​ປ​ຊ ຕ້ອງໄດ້​ຍົກ​ສູງ​ຄືດັງ​ບັນ​ດາ​ບັນ​ທັດ​ຖານ​ໃນ​ການ​ພົວ​ພັນ​ສາ​ກົນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ມີສານສຳຄັນສົ່ງໄປຍັງ ກອງປະຊຸມປຶກສາຫາລືລວມສຸດຍອດ ຊຸດທີ 75 ຂອງສະມັດຊາໃຫຍ່ ສປຊ(ພາບ: TTXVN) 

ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍຕໍ່ຫົວຂໍ້ຂອງກອງປະຊຸມຄັ້ງນີ້ ທີ່ວ່າ “ອະນາຄົດທີ່ພວກເຮົາຢາກໃຫ້ເປັນ ສປຊ ພວກເຮົາຕ້ອງການ: ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມສຳລັບລັດທິຫຼາຍຝ່າຍ - ຮັບມືກັນໂລກລະບາດ Covid – 19 ຜ່ານການກະທຳຫຼາຍຝ່າຍຢ່າງມີປະສິດທິຜົນ”. ກົດບັດ ສປຊ ແລະ ບັນດາຫຼັກການພື້ນຖານຂອງ ກົດໝາຍສາກົນຕ້ອງໄດ້ຮັບການຍົກສູງ ແລະ ຊຸກຍູ້ຄືດັງບັນດາບັນທັດຖານໃນການກະທຳຂອງບັນດາປະເທດ ໃຫຍ່ ແລະ ນ້ອຍໃນຍຸກການພົວພັນສາກົນ.

        ໃນບົດບາດເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ຈະ ສືບຕໍ່ມານະພະຍາຍາມຊຸກຍູ້ການໂອ້ລົມສົນທະນາ, ຫຼຸດຜ່ອນຄວາມເຄັ່ງຕຶງ, ການສູ້ຢັນກັນ, ຊອກຫາວິທີການແກ້ໄຂຢ່າງສະເໝີພາບ, ເໝາະສົມເພື່ອແກ້ໄຂບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ, ຊຸກຍູ້ລັດທິຫຼາຍຝ່າຍເຄົາລົບກົດໝາຍສາກົນ.

        ໃນຖານະເປັນປະທານອາຊຽນ 2020, ຫວຽດນາມພ້ອມກັບບັນດາປະເທດສະມາຊິກພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອສ້າງພາກພື້ນແຫ່ງສັນຕິພາບ, ມິດຕະພາບ, ແລະ ຮ່ວມມື, ຄ່ອຍໆສ້າງຕັ້ງປະຊາຄົມໃຫ້ນັບມື້ນັບສະໜິດຕິດພັນກ່ຽວກັບດ້ານການເມືອງ, ມີການຮ່ວມສຳພັນດ້ານເສດຖະກິດ, ແລະ ແບ່ງປັນຄວາມຮັບຜິດຊອບຕໍ່ສັງຄົມຜ່ານແຕ່ລະບາດກ້າວ. ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາ ພ້ອມກັບບັນດາປະເທດພາຍໃນພາກພື້ນ ແລະ ນອກພາກພື້ນ ຮັກສາ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍ, ພິເສດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.

ຕອບກັບ

ຂ່າວ/ບົດ​ອື່ນ