ກົດໝາຍວ່າດ້ວຍການປະມູນ ປີ 2013 ຈະເພີ່ມທະວີປະສິດທິຜົນແຫ່ງການນຳໃຊ້ແຫຼ່ງທຶນຂອງລັດ

ກົດໝາຍວ່າດ້ວຍການປະມູນ ປີ 2013 ຈະເພີ່ມທະວີປະສິດທິຜົນແຫ່ງການນຳໃຊ້ແຫຼ່ງທຶນຂອງລັດ - ảnh 1
(ພາບປະກອບ)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ເຜີຍ​ແຜ່ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ ​ໃນ​ຕອນ​ເຊົ້າ​ວັນ​ທີ 13/02, ທ່ານ​ເລ​ວັນ​ຕັງ, ຫົວໜ້າ​ກົມ, ກົມ​ຄຸ້ມ​ຄອງ​ການ​ປະມູນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໃຫ້​ຮູ້​ວ່າ ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ ປີ 2013 ຈະ​ປົວແປງວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ການ​ປະມູນ​ຢ່າງ​ລະອຽດ ປະກອບສ່ວນ​ເພີ່ມ​ທະວີ​ຜະ​ສິດທິ​ຜົນ​ແຫ່ງ​ການ​ນຳ​ໃຊ້​ແຫຼ່ງທຶນ​ຂອງ​ລັດ. ທ່ານ​ກ່າວ​ວ່າ.

        “ກົດໝາຍ​ວ່າ​ດ້ວຍ​ການ​ປະມູນປີ 2013 ມີ​ຜົນ​ບັງຄັບ​ໃຊ້​ໃນ​ຕົວ​ຈິງ ຈະ​ນຳ​ມາ​ເຊິ່ງບາດກ້າວ​ຫັນປ່ຽນ​ຢ່າງ​ໃຫຍ່​ຫຼວງ. ກ່ອນ​ນີ້, ​ຂໍ້​ກຳນົດ​ຂອງບັນດາ​ໂຄງການ​ລົງທຶນ​ຂອງ​ລັດວິ​ສາ​ຫະກິດ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດ​ແຕ່ 30% ຂຶ້ນ​ໄປ ​ນຳໃຊ້ລະບຽບການການເງິນ ແລະ ​ໃນ​ຄັ້ງ​ນີ້, ກົດໝາຍ​ກຳນົດ​ວ່າ ບໍ່​ວ່າ​ແຫຼ່ງທຶນ​ໃດໆ ​ແມ່ນ​ຂອງ​ລັດວິ​ສາ​ຫະກິດ​ ຕ້ອງ​ນຳ​ໃຊ້​ບັນດາລະບຽບການການເງິນ. ກົດໝາຍ​ສະບັບກ່ອນ​ບໍ່​ທັນ​ໄດ້​ກຳນົດ​ກ່ຽວ​ກັບ​ບັນດາ​ໂຄງການ​ຂອງ​ລັດ, ບັນດາ​ໂຄງການ​ລົງທຶນ​ຈາກ​ຕ່າງປະ​ເທດ... ​ໃນ​ຄັ້ງ​ນີ້ ບັນດາ​ບັນຫາ​ນຳ​ໃຊ້​ແຫຼ່ງທຶນ​ຂອງ​ລັດນັ້ນ ກົດໝາຍ​ຄັ້ງ​ນີ້​ໄດ້​ກຳນົດນຳ​ໃຊ້ລະບຽບການການເງິນ ແລະ ຈະ​ມີ​ບັນດາ​ບາດກ້າວ​ຫັນປ່ຽນ​ໃໝ່ ​ແລະ ​ແນ່ນອນ​ວ່າ​ຈະ​ມີ​ປະສິດທິ​ຜົນ​ກວ່າ​ໄລຍະ​ກ່ອນ”.

ຂ່າວ/ບົດ​ອື່ນ