ກົດໝາຍສາກົນສວມບົດບາດສຳຄັນໃນການຮັກສາສັນຕິພາບແລະສະຖຽນລະພາບຢູ່ພາກພື້ນອາຊີ

(VOVWORLD) -ກົດໝາຍສາກົນຕ້ອງແມ່ນເຄື່ອງມືນິຕິທຳສຳຄັນຊ່ວຍຮັກສາຄວາມເປັນລະບຽບຮຽບຮ້ອຍບົນທະເລ, ຮັບປະກັນຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ.

ກົດໝາຍສາກົນສວມບົດບາດສຳຄັນໃນການຮັກສາສັນຕິພາບແລະສະຖຽນລະພາບຢູ່ພາກພື້ນອາຊີ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ພາບ:http://vnews.gov.vn

ນີ້ແມ່ນຄຳຢືນຢັນ ແລະ ກໍ່ແມ່ນທັດສະນະລວມຂອງທັງໝົດຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ “ມຸ່ງໄປເຖິງບັນດາເຂດທະເລເປີດ ແລະ ເສລີ ຢູ່ ອາຊີ: ບົດບາດຂອງກົດໝາຍສາກົນໃນການຮັກສາຄວາມເປັນລະບຽບຮຽບຮ້ອຍບົນທະເລ” ໂດຍສະຖາບັນການທູດ, ສະຖານທູດ ຍີ່ປຸ່ນ ແລະ ສະຖານທູດ ອັງກິດ ສົມທົບກັນຈັດຕັງໃນຕອນເຊົ້າວັນທີ 12 ກັນຍາ ຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມສຳມະນາ ມີຜູ້ແທນ 100 ຄົນ ຊື່ງແມ່ນນັກຮຽນຮູ້, ນັກການເມືອງ,ນັກຄົ້ນຄ້ວາດ້ານກົດໝາຍສາກົນທີ່ມາຈາກ 9 ປະເທດ ຄື: ຟີລີບປີນ, ມາເລເຊຍ, ຈີນ, ອິນເດຍ, ຍີ່ປຸ່ນ, ອັງກິດ…

ນີ້ແມ່ນຄັ້ງທີ 2 ຫວຽດນາມ ສົມທົບກັບ ສະຖານທູດ ຍີ່ປຸ່ນ ແລະ ສະຖານທູດ ອັງກິດ ຈັດຕັ້ງກອງປະຊຸມສຳມະນາ ນັບແຕ່ກອງປະຊຸມສຳມະນາປະສົບຜົນສຳເລັດເມື່ອປີ 2016. ກອງປະຊຸມປີນີ້ ສຸມໃສ່ບັນດາມາດຕະການພຶດຕິກຳເພື່ອແນໃສ່ຊຸກຍູ້ຄວາມເຂົ້າໃຈຂອງບັນດາຝ່າຍເຂົ້າຮ່ວມ, ຊຸກຍູ້ຄວາມໝັ້ນຄົງບົນທະເລກໍຄືປະກອບສ່ວນຊອກຫາບັນດາແນວຄວາມຄິດຊ່ວຍປະຊາຄົມສາກົນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ບັນດາເຂດທະເລໃນພາກພື້ນ. ທ່ານ ເລດີງຕີງ, ຮອງຫົວຫນ້າສະຖາບັນທະເລຕາເວັນອອກ, ວິທະຍາຄານການທູດ ແບ່ງປັນວ່າ:

        “ຈຸດປະສົງກອງປະຊຸມສຳມະນາຄັ້ງນີ້ ແມ່ນເຮັດແນວໃດຍົກສູງສະຕິຄວາມຮັບຮູ້ກ່ຽວກັບບົດບາດຂອງກົດໝາຍສາກົນໃນການຮັບປະກັນຄວາມເສລີຄວາມປອດໄພ, ຄວາມໝັ້ນຄົງການເດີນທະເລຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກໍຄືຢູ່ ພາກພື້ນ ອາຊີ ປາຊີຟີກ ເວົ້າລວມ. ທີສອງ ຜ່ານກອງປະຊຸມສຳມະນານີ້ ບັນດາຝ່າຍໄດ້ແລກປ່ຽນລະອຽດກວ່າສິ່ງທີ່ຍັງມີຄວາມຮັບຮູ້ແຕກຕ່າງກັນ, ບັນດາມາດຕະການລະອຽດ ເພື່ອບັນລຸຄາດໝາຍວາງອອກ.”

        ຢືນຢັນບົດບາດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍທະເລປີ 1982 ໃນການແກ້ໄຂການຂັດແຍ້ງຢູ່ ທະເລຕາເວັນອອກ ແລະ ທະເລຮວາຕຸງ, ທ່ານ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ Kumio Umeda ເນັ້ນຫນັກວ່າ:

        “ຍີ່ປຸ່ນ ຍາມໃດກໍ່ມານະພະຍາຍາມຊອກຫາການຮັກສາສັນຕິພາບ ສະຖຽນລະພາບ ຢູ່ ອາຊີ ປາຊີຟີກ. ກອງປະຊຸມສຳມະນາຄັ້ງນີ້ ຫວັງວ່າ ຈະມຸ່ງໄປເຖິງຄາດໝາຍລວມ, ເຮັດໃຫ້ພາກພື້ນ ອາຊີ ປາຊີຟີກ ແມ່ນພາກພື້ນເຄື່ອນໄຫວຕາມກົດໝາຍ, ຮັກສາຂໍ້ກຳນົດກົດລະບຽບຢູ່ ທະເລດ້ວຍກົດໝາຍ. ພວກເຮົາມີຄວາມຫວັງຕໍ່ສັນຕິພາບ, ວັດທະນາຖາວອນ ແລະ ອະນາຄົດອັນດີງາມກວ່າໃຫ້ແກ່ພາກພື້ນ ອາຊີ ປາຊີຟີກ.”

ຕອບກັບ

ຂ່າວ/ບົດ​ອື່ນ