ກຸ່ມ 4 ຝ່າຍຢັ້ງຢືນຄຳໝັ້ນສັນຍາຄືນໃໝ່ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ ແລະ ປາຊີຟິກ

(VOVWORLD) - ບັນດາຝ່າຍກໍ່ໄດ້ຕີລາຄາສູງບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ ແລະ ມີຄວາມຄອງຄອຍຕໍ່ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 15 ເຊິ່ງຈະຈັດຂຶ້ນໃນເດືອນ ພະຈິກ ປີນີ້ ກໍ່ຄືກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີຂອງກຸ່ມ 4 ຝ່າຍໃນທ້າຍປີນີ້.
ກຸ່ມ 4 ຝ່າຍຢັ້ງຢືນຄຳໝັ້ນສັນຍາຄືນໃໝ່ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ ແລະ ປາຊີຟິກ - ảnh 1ການຝຶກຊ້ອມຂອງທະຫານເຮືອ ອາເມລິກາ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ, ວັນທີ 6/7/2020. (ພາບ: AFP/TTXVN)

  ກ່ອນການດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ 4 ຝ່າຍ ເຊິ່ງລວມມີ: ອິນເດຍ, ອາເມລິກາ, ຍີ່ປຸ່ນ ແລະ ອົດສະຕາລີ, ຄາດວ່າຈະດຳເນີນໃນທ້າຍປີນີ້, ບັນດາເຈົ້າໜ້າທີ່ການທູດຂອງກຸ່ມດັ່ງກ່າວ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍໃນວັນທີ 25 ກັນຍາ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ໃນສະພາບການໂລກລະບາດໂຄວິດ-19 ພວມແຜ່ລະບາດໄປທົ່ວໂລກ, ບັນດາເຈົ້າໜ້າທີ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີຄວາມສາມາດຟື້ນຟູຂອງລະບົບການສະໜອງ ແລະ ແບ່ງປັນບັນດາທິດທາງດີທີ່ສຸດ ເພື່ອຕ້ານຄືນໂລກລະບາດ. ບັນດາເຈົ້າໜ້າທີ່ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາມຸ່ງໄປເຖິງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກທີ່ເສລີພາບ, ເປີດກ້ວາງ, ວັດທະນາຖາວອນ ແລະ ກວມລວມ, ອີງໃສ່ບັນດາຄຸນຄ່າ ແລະ ຫຼັກການລວມ ກໍ່ຄືເຄົາລົບກົດໝາຍສາກົນ.

        ບັນດາຝ່າຍກໍ່ໄດ້ຕີລາຄາສູງບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ ແລະ ມີຄວາມຄອງຄອຍຕໍ່ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 15 ເຊິ່ງຈະຈັດຂຶ້ນໃນເດືອນ ພະຈິກ ປີນີ້ ກໍ່ຄືກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີຂອງກຸ່ມ 4 ຝ່າຍໃນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ