ກົມການເມືອງເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງເງ້ອານ

ກົມການເມືອງເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງເງ້ອານ - ảnh 1
ກົມ​ການ​ເມືອງ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳອົງ​ຄະ​ນະ​ພັກແຂວງ​ເງ້ອານ

(vovworld) – ວັນ​ທີ 4/7, ຢູ່​ສຳນັກງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳອົງ​ຄະ​ນະ​ພັກແຂວງ​ເງ້ອານ ກ່ຽວ​ກັບ​ວຽກ​ງານ​ສະຫຼຸບ 10 ປີ ​ແຫ່ງ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ​ເງ້ອານ ​ແລະ ວາງ​ທິດ​ທາງ​ໜ້າທີ່​ພັດທະນາ​ແຂວງ​ເງ້ອານ​ເຖິງ​ປີ 2020. ​ໃນ​ຊຸມ​ປີຜ່ານມາ, ​ແຂວງ​ເງ້ອານ ບັນລຸ​ໄດ້ຜົນ​ງານ​ທີ່​ສຳຄັນ​ ​ແລະ ຮອບດ້ານຫຼາຍ​ຢ່າງ. ​ເສດຖະກິດ​ສືບ​ຕໍ່​ເຕີບ​​ໂຕ​ພໍ​ສົມຄວນ ​ແລະ ຖືກ​ທິດ. ລະດັບ​ເຕີບ​ໂຕ ຈີ​ດີ​ພີ ສະ​ເລ່ຍ​ໄລຍະ 2006 – 2010 ບັນລຸ 9,75%. ຄິດ​ສະ​ເລ່ຍ 2 ປີ 2011 – 2012 ບັນລຸ​ລະດັບ​ເຕີບ​ໂຕກ​ວ່າ 8%. ກ່າວ​ຄວາມ​ເຫັນ​ສະຫຼຸບ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟູ໋ຈ້ອງ, ຖື​ວ່າ: ​ເງ້ອານ​ຕ້ອງ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ຕົນ

ກ່ອນ​ອື່ນ​ໝົດ​ຕ້ອງ​ປ່ຽນ​ໃໝ່​ຈີນ​ຕະນາ​ການ​ຢ່າງ​ແຮງ​ກວ່າ​ອີກ,​ຕາມ​ທິດ​ກ້າວ​ຂຶ້ນ​ດ້ວຍ​ກຳລັງ​ພາຍ​ໃນ, ລະດົມ​ທຸກ​ແຫຼ່ງກຳລັງ​ໃນ​ແຂວງ ​ແລະ ນອກ​ແຂວງ. ທີ​ສອງ​ແມ່ນ​ການ​ພັດທະນາ​ຂອງ​ແຂວງ​ຕ້ອງ​ມີ​ການ​ຮ່ວມ​ສຳພັນ, ຕິດ​ພັນ​ກັບ​ບັນດາ​ແຂວງ​ອ້ອມ​ຂ້າງ. ທີ​ສາມ​ແມ່ນ​ຕ້ອງ​ພັດທະນາ​ແຫຼ່ງກຳລັງ​ພາຍ​ໃນ​, ບັນດາ​ພາກສ່ວນ​ເສດຖະກິດຢ່າງ​ແຮງ, ​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ພາກສ່ວນເສດຖະກິດ​ເອກະ​ຊົນ ​ແລະພາກສ່ວນ​ເສດຖະກິດ​ທີ່​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ “.

 

ຂ່າວ/ບົດ​ອື່ນ