ກຸ່ມທະນາຍຄວາມ ຟີລິບປິນ ຮຽກຮ້ອງ ຈີນ ຈົ່ງຢຸດຕິການກະທຳເກາະຜິດຢູ່ ທະເລຕາເວັນອອກ
(VOVWORLD) -ບັນດາຜູ້ທີ່ມີຊື່ໃນຖະແຫຼງການນີ້ ໄດ້ສະແດງຄວາມສະໜັບສະໜູນ ຕໍ່ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ໃນການຮຽກຮ້ອງໃຫ້ ຈີນຖອນກ່ຳປັ່ນ ທັງໝົດ ອອກຈາກເຂດທະເລຂອງ ຟີລິບປິນ.
(ພາບປະກອບ: Philstar)
|
ວັນທີ 19 ເມສາ, ກຸ່ມທະນາຍຄວາມ ຟີລິບປິນ ແລະ ບັນດາສາດສະດາຈານ ຟີລິບປິນ ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ ຈີນ ຈົ່ງຢຸດຕິບັນດາການກະທຳທີ່ໄດ້ຮັບຖືວ່າ ແມ່ນການເກາະຜິດຢູ່ ທະເລຕາເວັນອອກ, ແທນທີ່ນັ້ນແມ່ນຕ້ອງຊ່ວຍເຫຼືອບັນດາປະເທດຕ້ານໂລກລະບາດໂຄວິດ - 19. ຖະແຫຼງການຂອງ ສາດສະດາຈານ ແລະ ທະນາຍຄວາມ “ເພື່ອສັນຕິພາບ” 528 ທ່ານມາຈາກບັນດາວິທະຍາໄລ ແລະ ມະຫາວິທະຍາໄລ ທີ່ແຕກຕ່າງກັນ ຂອງ ຟີລິບປິນ ໂດຍຖືວ່າ ໃນຂະນະທີ່ໂລກລະບາດໂຄວິດ - 19 ພວມຄຸກຄາມຢູ່ຫຼາຍປະເທດ, ການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ ໄດ້ເຮັດໃຫ້ບັນດາປະເທດຂາດການສຸມແນວຄິດໃສ່ເປົ້າໝາຍຄວບຄຸມໂລກລະບາດໂຄວິດ - 19. ກຸ່ມນີ້ໄດ້ຮຽກຮ້ອງໃຫ້ ຈີນ ຢຸດຕິການກະທຳເກາະຜິດ ຢູ່ທະເລຕາເວັນອອກ ແລະ ພ້ອມກັບບັນດາປະເທດ ອາຊຽນ ຕ້ານຄືນໂລກລະບາດໂຄວິດ - 19.
ບັນດາຜູ້ທີ່ມີຊື່ໃນຖະແຫຼງການນີ້ ໄດ້ສະແດງຄວາມສະໜັບສະໜູນ ຕໍ່ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ໃນການຮຽກຮ້ອງໃຫ້ ຈີນຖອນກ່ຳປັ່ນ ທັງໝົດ ອອກຈາກເຂດທະເລຂອງ ຟີລິບປິນ ແລະ ຮຽກຮ້ອງໃຫ້ ຈີນ ປະຕິບັດຕາມບັນດາຫຼັກການກົດໝາຍສາກົນ ດ້ວຍຖານະເປັນຝ່າຍທີ່ໄດ້ລົງນາມ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.