ກຸ່ມ​ນັກ​ຊ່ຽວ​ຊານ WHO ເລີ່ມ​ຕົ້ນ​ການ​ສືບ​ສວນ​ຕົ້ນ​ກຳ​ເນີດ​ຂອງ ໄວ​ຣັດ SARS – CoV -2 ຢູ່​ຈີນ​

(VOVWORLD) - ສຳນັກຂ່າວສານ ຊີນຮາວ ໄດ້ຄັດສະເໜີຄຳເວົ້າຂອງທ່ານ ຈ້າວຫຼີຈຽນ  ໂຄສົກກະຊວງການຕ່າງປະເທດ ຈີນ ຢູ່ກອງປະຊຸມຖະແຫຼງຂ່າວປະຈຳວັນ ເຊິ່ງຢັ້ງຢືນວ່າ ວິວັດການແຍກຕົວແມ່ນຕອບສະໜອງໄດ້ຕາມມາດຕະຖານສາກົນ. 
ກຸ່ມ​ນັກ​ຊ່ຽວ​ຊານ WHO ເລີ່ມ​ຕົ້ນ​ການ​ສືບ​ສວນ​ຕົ້ນ​ກຳ​ເນີດ​ຂອງ ໄວ​ຣັດ SARS – CoV -2 ຢູ່​ຈີນ​ - ảnh 1ອຸຫັ້ນ, ສະຖານທີ່ທຳອິດທີ່ກວດພົບເຊື້ອໄວຣັດ SARS-CoV-2 (ພາບ: AP)

ວັນທີ 28 ມັງກອນ, ຕາມສຳນັກຂ່າວສານ Reuters ແລ້ວ, ກຸ່ມນັກຊ່ຽວຊານຂອງ ອົງການອະນາໄມໂລກ (WHO) ໄດ້ໄປເຖິງນະຄອນ ອຸຫັ້ນ, ປະເທດ ຈີນ ເພື່ອສືບສວນຕົ້ນກຳເນີນຂອງ ເຊື້ອໄວຣັດ SARS – CoV -2 ໂດຍໄດ້ສຳເລັດການແຍກຕົວໃນຮອບເວລາ 14 ວັນແລ້ວ ແລະ ຈະເລີ່ມດຳເນີນການສືບສວນ.

        ໃນຂະນະນັ້ນ, ສຳນັກຂ່າວສານ ຊີນຮາວ ໄດ້ຄັດສະເໜີຄຳເວົ້າຂອງທ່ານ ຈ້າວຫຼີຈຽນ  ໂຄສົກກະຊວງການຕ່າງປະເທດ ຈີນ ຢູ່ກອງປະຊຸມຖະແຫຼງຂ່າວປະຈຳວັນ ເຊິ່ງຢັ້ງຢືນວ່າ ວິວັດການແຍກຕົວແມ່ນຕອບສະໜອງໄດ້ຕາມມາດຕະຖານສາກົນ. ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າໃນໄລຍະສືບສວນ, ກຸ່ມນັກຊ່ຽວຊານ ຈະດຳເນີນການໃຫ້ສຳພາດແລະ ປຶກສາຫາລື, ພ້ອມທັງປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຈີນ. ປັດຈຸບັນ, ຍັງບໍ່ຮູ້ເວລາ ແລະ ສະຖານທີ່ກຸ່ມນັກຊ່ຽວຊານນີ້ເລີ່ມຕົ້ນການສືບສວນ.

ຕອບກັບ

ຂ່າວ/ບົດ​ອື່ນ