ກຸ່ມບໍລິສັດ FLC ຈະລົງທຶນເຂົ້າເຂດປະສົມການບໍລິການການບິນຢູ່ ແທງຮ໊ວາ

(VOVWORLD) -  ກຸ່ມບໍລິສັດ FLC ແລະ ແຂວງ ແທງຮ໊ວາ ຫາກໍ່ເຊັນບົດບັນທຶກຊ່ວຍຈຳການຮ່ວມມືລົງທຶນສຳລັບໂຄງການເຂດປະສົມການບໍລິການການບິນ, ຕົວເມືອງທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ເຕັກໂນໂລຊີສູງຢູ່ເມືອງ ທໍ້ຊວນ ດ້ວຍຍອດເງິນລົງທຶນປະມານ 10.000 ຕື້ດົ່ງ.

ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນພັດທະນາເຂດປະສົມມີຂອບຂະໜາດໃຫຍ່, ສ້າງການຫັນປ່ຽນ ເພື່ອຕອບສະໜອງຄວາມຕ້ອງການນັບມື້ນັບສູງ ຂອງແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ, ພ້ອມທັງ ພັດທະນາເຂດບໍລິການບົວລະບັດ, ສ້ອມແປງເຮືອບິນທີ່ມີຂອບຂະໜາດ ແລະ ມາດຕະຖານສາກົນ. ໄປຄຽງຄູ່ກັນນັ້ນ, ບໍລິສັດການບິນ Bamboo Airways ກໍ່ເຊັນສັນຍາການຮ່ວມມືເປີດສາຍການບິນ ແທງຮ໊ວາ - ຝູກວັກ, ແທງຮ໊ວາ - ກຸຍເຍິນ.

ຕອບກັບ

ຂ່າວ/ບົດ​ອື່ນ