ກຣົວຊີ ຈະ​ແມ່ນປະ​ເທດ​ສະ​ມາ​ຊິກ​ທີ 20 ຂອງພາກ​ພື້ນ​ນຳ​ໃຊ້​ສະ​ກຸນ​ເງິນ ລວມ ເອີ​ລົບ - Eurozone

(VOVWORLD) -ວັນທີ 1 ມິຖຸນາ, ຄະນະກຳມະການເອີລົບ ໄດ້ອະນຸຍາດໃຫ້ ກຣົວຊີ ເຂົ້າເປັນປະເທດສະມາຊິກທີ 20 ຂອງພາກພື້ນນຳໃຊ້ສະກຸນເງິນ ເອີໂຣ (Eurozone) ນັບແຕ່ປີ 2023, ພາຍຫຼັງ 10 ປີຍື່ນໃບຄຳຮ້ອງຂໍເຂົ້າເປັນສະມາຊິກ       
ກຣົວຊີ ຈະ​ແມ່ນປະ​ເທດ​ສະ​ມາ​ຊິກ​ທີ 20 ຂອງພາກ​ພື້ນ​ນຳ​ໃຊ້​ສະ​ກຸນ​ເງິນ ລວມ ເອີ​ລົບ - Eurozone - ảnh 1ກຣົວຊີ ຈະແມ່ນປະເທດສະມາຊິກທີ 20 ຂອງ Eurozone (ພາບ:  WSJ)

ໃນບົດລາຍງານທີ່ປະກາດໃນວັນນີ້, ຄະນະກຳມະການເອີໂຣ (EC) ແລະ ທະນາຄານສູນກາງ ເອີລົບ (ECB) ໄດ້ເຫັນດີເປັນເອກະພາບໂດຍຕີລາຄາວ່າ ກຣົວຊີ ມີເງື່ອນໄຂມາດຖານຢ່າງພຽງພໍເພື່ອເຂົ້າເປັນສະມາຊິກຂອງ ສະຫະພາບເອີຣົບ. ຕາມນັ້ນແລ້ວ,  ກຣົວຊີ ໄດ້ຮັບປະກັນອັດຕາໄພເງິນເຟີ້ສະເລ່ຍໃນຮອບເວລາ 1 ປີຜ່ານມາຢູ່ລະດັບ 4,7%, ຕ່ຳກ່ວາລະດັບກຳນົດແມ່ນ 4,9%, ຮັກສາສະພາບການເງິນທີ່ໂປ່ງໄສ, ການຂາດດຸນງົບປະມານປີ 2021 ຢູ່ລະດັບຕ່ຳກ່ວາ 2,9% ຍອດຜະລິດຕະພັນພາຍໃນປະເທດ (GDP)…

ຕອບກັບ

ຂ່າວ/ບົດ​ອື່ນ