ກ່ວາ 100 ຄົນເສຍຊີວິດໃນເຫດບຸກໂຈມຕີທາງອາກາດໃສ່ຄຸກແຫ່ງໜຶ່ງຢູ່ ເຢແມນ ໂດຍທະຫານປະສົມ ອາຣັບບິ ຊະອຸດິ ນຳໜ້າ

(VOVWORLD) -  ມີກ່ວາ 100 ຄົນໄດ້ຖືວ່າເສຍຊີວິດແລ້ວ ເມື່ອທະຫານປະສົມໂດຍ ອາຣັບບິ ຊະອຸດິ ນຳໜ້າ ໄດ້ບຸກໂຈມຕີທາງອາກາດໃສ່ຄຸກແຫ່ງໜຶ່ງຢູ່ນະຄອນ Dhamar, ທາງທິດໃຕ້ນະຄອນຫລວງ Sanaa ຂອງ ເຢແມນ ແນໃສ່ຕ້ານຄືນພວກກະບົດ Houthi. 
 
ກ່ວາ 100 ຄົນເສຍຊີວິດໃນເຫດບຸກໂຈມຕີທາງອາກາດໃສ່ຄຸກແຫ່ງໜຶ່ງຢູ່ ເຢແມນ ໂດຍທະຫານປະສົມ ອາຣັບບິ ຊະອຸດິ ນຳໜ້າ - ảnh 1 ກ່ວາ 100 ຄົນເສຍຊີວິດໃນເຫດບຸກໂຈມຕີທາງອາກາດໃສ່ຄຸກແຫ່ງໜຶ່ງຢູ່ ເຢແມນ ໂດຍທະຫານປະສົມ ອາຣັບບິ ຊະອຸດິ ນຳໜ້າ (ພາບ:  AP)

ປະຈຸບັນ, ຄະນະກຳມະການສະພາກາແດງສາກົນ (ICRC) ປະຈຳ ເຢແມນ ພວມມານະພະຍາຍາມຊອກຫາຜູ້ທີ່ຖືກທັບຖົມໃນຊາກຫັກພັງ. ກ່ອນໜ້ານັ້ນ, ວັນທີ 01 ກັນຍາ, ທະຫານປະສົມໂດຍ ອາຣັບບິ ຊະອຸດິ ນຳໜ້າປະກາດວ່າ ໄດ້ດຳເນີນການບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍການທະຫານຂອງກຳລັງລຸກຮື້ຂຶ້ນ Houthi ຢູ່ທາງທິດໃຕ້ ເຢແມນ.

        ວັນທີ 01 ກັນຍາ, ກະຊວງການຕ່າງປະເທດ ອີຣານ ໄດ້ຕຳໜິຕິຕຽນຢ່າງແຮງເຫດບຸກໂຈມຕີທາງອາກາດນອງເລືອດຂອງທະຫານປະສົມໂດຍ ອາຣັບບິ ຊະອຸດິ ປະຕິບັດແນໃສ່ຄຸກຢູ່ແຂວງ Dhamar ຂອງ ເຢແມນ ເຮັດໃຫ້ກ່ວາ 100 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ