ກວາງຈີ້ ຈັດພິທີໄວ້ອາໄລ, ປົງອັດຖິນັກຮົບຫວຽດນາມ ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 24 ຊຸດ

(VOVWORLD) -ພາຍຫຼັງພິທີໄວ້ອາໄລ, ອັດຖິເຫຼົ່ານັ້ນໄດ້ນຳມາປົງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເລກ 9.
ກວາງຈີ້ ຈັດພິທີໄວ້ອາໄລ, ປົງອັດຖິນັກຮົບຫວຽດນາມ ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 24 ຊຸດ - ảnh 1
ພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 
(ພາບ: laodong.vn)

ຕອນເຊົ້າວັນທີ 05 ພຶດສະພາ, ແຂວງ ກວາງຈີ້ິ້ ໄດ້ຈັດພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໄດ້ເຕົ້າໂຮມໃນລະດູແລ້ງ 2020 – 2021 ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເລກ 9.

ທີ່ພິທີໄວ້ອາໄລ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ້ ຮ່ວາງນາມ ເນັ້ນໜັກວ່າ: ໃນຊຸມເດືອນປີແຫ່ງສົງຄາມ, 2 ປະເທດຫວຽດນາມ - ລາວ ໄດ້ຮ່ວມຂຸມຄອງດຽວກັນຕ້ານພວກສັດຕູເຂົ້າມາຮຸກຮ້ານເພື່ອຍາດເອົາເອກະລາດ ແລະ ເສລີພາບ. ພວກອ້າຍແມ່ນທະຫານອາສາສະໝັກພິລະອາດຫານ, ຈົ່ງຮັກພັກດີ, ພ້ອມແລ້ວທີ່ຈະຮັບໃຊ້, ຕໍ່ສູ້ ແລະ ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອປະຊາຊົນບັນດາເຜົ່າ ລາວ, ເພື່ອຊາດຫວຽດນາມ. ການເສຍສະຫຼະຊີວິດຢ່າງພິລະອາດຫານຂອງບັນດາພວກອ້າຍນັ້ນແມ່ນສັນຍາລັກອັນສູງສົ່ງຂອງນ້ຳໃຈຫວຽດນາມ ກັບເພື່ອນມິດສາກົນ, ແມ່ນປັດໃຈຕັດສິນໄຊຊະນະຂອງການປະຕິວັດລະຫວ່າງ 2 ປະເທດຫວຽດນາມ - ລາວ. 

ພາຍຫຼັງພິທີໄວ້ອາໄລ, ອັດຖິເຫຼົ່ານັ້ນໄດ້ນຳມາປົງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເລກ 9. ນີ້ແມ່ນຄັ້ງທີ 35 ນັບແຕ່ປີ 1993, ແຂວງ ກວາງຈີ້ ຈັດພິທີໄວ້ອາໄລ ແລະ ປົງອັດຖິເຊິ່ງແມ່ນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດສປປ.ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ