ກວ໋າງ​ນິງ ຢືນ​ອັນ​ດັບ​ໜຶ່ງ​ໃນ​ຕາ​ຕະ​ລາ​ງ​ດັດ​ຊະ​ນີ​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ສາ​ທາ​ລະ​ນ​ະ ຂັ້ນ​ແຂວງ PAPI 2020

(VOVWORLD) -ແຂວງ ກວ໋າງນິງ ໄດ້ເລື່ອນ 2 ຂັ້ນ ແລະ ກາຍເປັນແຂວງນຳໜ້າໃນຕາຕະລາງຈັດອັນດັບທົ່ວປະເທດ. ຖັດຈາກ ກວ໋າງນິງ ແມ່ນ ແຂວງ ດົ່ງທາບ ແລະ ຖ໋າຍງວຽນ.
ກວ໋າງ​ນິງ ຢືນ​ອັນ​ດັບ​ໜຶ່ງ​ໃນ​ຕາ​ຕະ​ລາ​ງ​ດັດ​ຊະ​ນີ​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ສາ​ທາ​ລະ​ນ​ະ ຂັ້ນ​ແຂວງ PAPI 2020 - ảnh 1ການບໍລິການສາທາລະນະແມ່ນຈຸດພົ້ນເດັ່ນໜຶ່ງ ຊ່ວຍ ກວ໋າງນິງ ນຳໜ້າຕາຕະລາງຈັດອັນດັບ ດັດຊະນີ PAPI  2020

ພິທີປະກາດ ດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະ ຂັ້ນແຂວງ PAPI 2020 ຖືກດຳເນີນໃນຕອນເຊົ້າວັນທີ 14 ເມສາ ຢູ່ຮ່າໂນ້ຍ. ນີ້ແມ່ນການຈັດອັນດັບປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະຂອງ 63 ແຂວງ, ນະຄອນໃນທົ່ວປະເທດ ໂດຍອີງໃສ່ສະພາບການຕົວຈິງ ແລະ ການຕີລາຄາຂອງປະຊາຊົນເມື່ອເຮັດວຽກກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ. 8 ມາດຖານທີ່ໄດ້ຮັບການຕີລາຄາ ລວມມີ: ການເຂົ້າຮ່ວມຂອງປະຊາຊົນຢູ່ຂັ້ນຮາກຖານ; ຄວາມເປີດເຜີຍ, ໂປ່ງໃສ ໃນການອອກຂໍ້ຕົກລົງ; ຄວາມຮັບຜິດຊອບອະພິປາຍໃຫ້ແກ່ປະຊາຊົນ; ຄວບຄຸມການສໍ້ລາດບັງຫຼວງໃນຂົງເຂດສາທາລະນະ; ລະບຽບການບໍລິຫານສາທາລະນະ; ການສະໜອງການບໍລິການສາທາລະນະ; ການຄຸ້ມຄອງສິ່ງແວດລ້ອມ; ການຄຸ້ມຄອງເອເລັກໂຕນິກ. ປີນີ້, ມີພົນລະເມືອງ ຫວຽດນາມ ກວ່າ 14.700 ຄົນ ໃນທົ່ວປະເທດ ໄດ້ຮັບການຄັດເລືອກເຂົ້າຮ່ວມການສຳຫຼວດ, ຕີລາຄາດັດຊະນີ PAPI.

ຕາມດັດຊະນີປີ 2020 ທີ່ໄດ້ປະກາດແລ້ວ, ແຂວງ ກວ໋າງນິງ ໄດ້ເລື່ອນ 2 ຂັ້ນ ແລະ ກາຍເປັນແຂວງນຳໜ້າໃນຕາຕະລາງຈັດອັນດັບທົ່ວປະເທດ. ຖັດຈາກ ກວ໋າງນິງ ແມ່ນ ແຂວງ ດົ່ງທາບ ແລະ ຖ໋າຍງວຽນ. ໝາກຜົນດັ່ງກ່າວ ຊີ້ໃຫ້ເຫັນບັນດາຄວາມມານະພະຍາຍາມຢ່າງກະໂດດຂັ້ນຂອງແຂວງ ກວ໋າງນິງ. 

ຕອບກັບ

ຂ່າວ/ບົດ​ອື່ນ