ກອງ​ທັບ ເຊັກ​ໂກ ຖອນ​ທະ​ຫານ​ທັງ​ໝົດອອກ​ຈາກ ອາບ​ການ​ນິດ​ສະ​ຖານ

(VOVWORLD) -ພາລະກຳຂອງບັນດານັກຮົບ ເຊັກໂກ ຢູ່ອາບການິດສະຖານ ຈະສິ້ນສຸດລົງພາຍຫຼັງ 19 ປີ ແລະ ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາບັ້ນຜັນຂະຫຍາຍສຳຄັນທີ່ສຸດຂອງ ກອງທັບ ເຊັກໂກ ຢູ່ຕ່າງປະເທດ.
ກອງ​ທັບ ເຊັກ​ໂກ ຖອນ​ທະ​ຫານ​ທັງ​ໝົດອອກ​ຈາກ ອາບ​ການ​ນິດ​ສະ​ຖານ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຊັກໂກ  Lubomir Metnar ( ພາບ: Trend.Az)

ວັນທີ 24 ມິຖຸນາ ສຳນັກຂ່າວສານ ເຊັກໂກ (CTK) ໃຫ້ຮູ້ວ່າ, ກອງທັບປະເທດນີ້ ຈະຖອນນັກຮົບທີ່ຍັງເຫຼືອອອກຈາກພາລະກຳຂອງ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ ອາບການິດສະຖານ ໃນທ້າຍເດືອນມິຖຸນາ 2021. ເຊັກໂກ ຈະຮັກສາພຽງແຕ່ກົມກອງໜ້ອຍ ທີ່ມີໜ້າທີ່ປົກປ້ອງສະຖານທູດ ຂອງ ປະເທດນີ້ ປະຈຳ ນະຄອນຫຼວງ Kabul ເທົ່ານັ້ນ.

        ເຊັກໂກ ແມ່ນໜຶ່ງໃນບັນດາປະເທດສຸດທ້າຍທີ່ຖອນທະຫານອອກຈາກ ອາບການິດສະຖານ. ປະເທດນີ້ກໍ່ພວມຂຶ້ນແຜນການອຸປະຖຳດ້ານການເງິນ ແລະ ໜູນຊ່ວຍການບຳລຸງສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ແກ່ ອາບການິດສະຖານ ຢູ່ນອກຜືນແຜ່ນດິນຂອງ ອາບການິດສະຖານ (ອາດຈະຢູ່: ທາງທິດຕາເວັນອອກຕວັກກີ, ຈໍແດນ ແລະ Gruzia) ເພື່ອແນໃສ່ສະກັດກັ້ນ ເລື່ອງ ອາບການິດສະຖານ ໄດ້ກາຍເປັນສະຖານທີ່ ຫຼົບລີ້ທີ່ປອດໄພຂອງພວກການກໍ່ການຮ້າຍອີກຄັ້ງໜຶ່ງ. ດັ່ງນັ້ນ, ພາລະກຳຂອງບັນດານັກຮົບ ເຊັກໂກ ຢູ່ອາບການິດສະຖານ ຈະສິ້ນສຸດລົງພາຍຫຼັງ 19 ປີ ແລະ ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາບັ້ນຜັນຂະຫຍາຍສຳຄັນທີ່ສຸດຂອງ ກອງທັບ ເຊັກໂກ ຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ