ກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ ໜູນຊ່ວຍວັດຖຸອຸປະກອນຕ້ານໂລກລະບາດໂຄວິດ-19 ໃຫ້ກອງບັນຊາການທະຫານນະຄອນຫຼວງວຽງຈັນ

(VOVWORLD) -ຜູ້ບັນຊາການກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ, ໄດ້ມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ແກ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ
ກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ  ໜູນຊ່ວຍວັດຖຸອຸປະກອນຕ້ານໂລກລະບາດໂຄວິດ-19 ໃຫ້ກອງບັນຊາການທະຫານນະຄອນຫຼວງວຽງຈັນ - ảnh 1ພີທີມອບ-ຮັບວັດຖຸອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ-19
(ພາບ: hanoimoi.com.vn)

ຕອນບ່າຍວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານພົນຈັດຕະວາ ຫວຽນກ໊ວກຢຽດ, ຜູ້ບັນຊາການກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ, ໄດ້ມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ແກ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ປະເທດລາວ ໂດຍຜ່ານສະຖານທູດລາວ ປະຈຳຫວຽດນາມ. ບັນດາເຄື່ອງວັດຖຸອຸປະກອນການແພດທີ່ໄດ້ມອບໃນຄັ້ງນີ້ລວມມື: ຜ້າອັດປາກ-ອັດດັງ 50.000 ອັນ, ນ້ຳຢາຂ້າເຊື້ອ 1.000 ກວດ ແລະ ເຄື່ອງວັດແທກອູນຫະພູມ 50 ເຄື່ອງ ເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກກັບກອງທັບ, ປະຊາຊົນລາວ ແລະ ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງ 2 ປະເທດ, ລະຫວ່າງກອງທັບລາວ - ຫວຽດນາມ ເວົ້າລວມ, ລະຫວ່າງກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ ແລະ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເວົ້າສະເພາະ.

        ໂດຍກ່າວຮັບວັດຖຸອຸປະກອນການແພດ, ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນບວງ ຢືນຢັນວ່າ, ການຊ່ວຍເຫຼືອຂອງກອງບັນຊາການກຳລັງນະຄອນຫຼວງຮ່າໂນ້ຍ ບໍ່ພຽງແຕ່ເປັນການສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງ, ສາມັກຄີແບບພິເສດເທົ່ານັ້ນ, ຫາກຍັງເປັນການຊ່ວຍເຫຼືອອັນສຸດຈິດສຸດໃຈອີກດ້ວຍ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ຈຳນວນວັດຖຸອຸປະກອນການແພດຊຸດນີ້ ຈະໄດ້ນຳໃຊ້ເຂົ້າໃນການປ້ອງກັນ, ສະກັດກັ້ນ, ຕ້ານໂລກລະບາດໂຄວິດ-19 ຢູ່ລາວ ຢ່າງມີປະສິດທິຜົນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ