ກອງບັນຊາການທະຫານຊາຍແດນຫວຽດນາມ ມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໃຫ້ແກ່ລາວ, ກຳປູເຈຍ

(VOVWORLD) -ທະຫານປ້ອງກັນຊາຍແດນຫວຽດນາມ ໄດ້ມອບຜ້າອັດປາກ-ອັດດັງ 150.000 ອັນ, ຊຸດປ້ອງກັນເຊື້ອພະຍາດ 9.000 ຊຸດໃຫ້ແກ່ກົມທະຫານປ້ອງກັນຊາຍແດນ, ກອງທັບປະຊາຊົນລາວ.
ກອງບັນຊາການທະຫານຊາຍແດນຫວຽດນາມ ມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໃຫ້ແກ່ລາວ, ກຳປູເຈຍ - ảnh 1ມອບ-ຮັບວັດຖຸອຸປະກອນການແພດໃຫ້ແກ່ບັນດາກຳລັງທີ່ມີໜ້າທີ່ຂອງກຳປູເຈຍ
(ພາບ: thanhnien.vn)

ວັນທີ 11 ພຶດສະພາ, ຢູ່ດ່ານຊາຍແດນ ເກົ່າແຈວ, ແຂວງ ຮ່າຕິ້ງ, ທະຫານປ້ອງກັນຊາຍແດນຫວຽດນາມ ໄດ້ມອບຜ້າອັດປາກ-ອັດດັງ 150.000 ອັນ, ຊຸດປ້ອງກັນເຊື້ອພະຍາດ 9.000 ຊຸດໃຫ້ແກ່ກົມທະຫານປ້ອງກັນຊາຍແດນ, ກອງທັບປະຊາຊົນລາວ. ຜູ້ຕາງໜ້າຝ່າຍລາວ ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດ.

        ສ່ວນຢູ່ດ່ານຊາຍແດນ ມົກບ່າຍ, ແຂວງ ໄຕນິງ, ທະຫານປ້ອງກັນຊາຍແດນແຂວງ ໄຕນິງ ໄດ້ມອບຜ້າອັດປາກ-ອັດດັງ 200.000 ອັນ, ຊຸດປ້ອງກັນເຊື້ອພະຍາດ 120.000 ຊຸດໃຫ້ແກ່ບັນດາກຳລັງທີ່ມີໜ້າທີ່ຂອງກຳປູເຈຍ ເພື່ອປ້ອງກັນ, ຕ້ານໂລກລະບາດ. ນອກນັ້ນ, ທະຫານປ້ອງກັນຊາຍແດນຫວຽດນາມ ຍັງໜູນຊ່ວຍຜ້າອັດປາກ-ອັດດັງ 20 ຫີບ ແລະ ທັນຍາຫານໃຫ້ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ