ກອງ​ປະ​ຊຸມ ລັດ​ຖະ​ມົ​ນ​ຕີ​ບັນ​ດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ

(VOVWORLD) -ສິ້ນສຸດກອງປະຊຸມ AMMTC – 13, ບັນດາຫົວໜ້າຄະນະຜູ້ແທນ ໄດ້ວາງອອກຖະແຫຼງການຮ່ວມ, ໃນນັ້ນຊົມເຊີຍ ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງ ກອງປະຊຸມ AMMTC  - 14 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນປີ 2020. 
ກອງ​ປະ​ຊຸມ ລັດ​ຖະ​ມົ​ນ​ຕີ​ບັນ​ດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ - ảnh 1ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນເຂົ້າຮ່ວມພິທີໄຂAMMTC – 13 (ພາບ: TTXVN)

ກອງປະຊຸມລັດຖະມົນຕີບັນດາປະເທດອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 13 (AMMTC - 13) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 10 ປະເທດ ອາຊຽນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນຫົວໜ້າຄະນະ.

        ທີ່ກອງປະຊຸມຄົບຄະນະ, ບັນດາຜູ້ແທນໄດ້ຕີລາຄາສະພາບການອາດຊະຍາກຳຂ້າມຊາດຂອງແຕ່ລະປະເທດກໍ່ຄືໃນພາກພື້ນ ໃນໄລຍະທີ່ຜ່ານມາ. ແນະນຳໂດຍສັງລວມໝາກຜົນຂອງການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຂອງ ຫວຽດນາມ ພາຍຫຼັງ ກອງປະຊຸມ AMMTC-12 ມາຮອດປັດຈຸບັນ, ທ່ານ ພົນເອກ ໂຕເລິນ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ຫວຽດນາມທີ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນບັນດາຂອບເຂດຮ່ວມມືຂອງ ອາຊຽນເວົ້າລວມ ແລະ ການຮ່ວມມືໃນຂອບເຂດການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ