ກອງ​ປະ​ຊຸມ​ການ​ຮ່ວມ​ມື ແລະ ບຳ​ລຸງ​ສ້າງ, ຝຶກ​ອົບ​ຮົບພະ​ນັກ​ງານ ກັບ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

(VOVWORLD) -ທ່ານ ຫງວຽນຊວັນທັງ ເນັ້ນໜັກວ່າ ໃນ 5 ປີຜ່ານມາ, ສອງພັກໄດ້ສົມທົບກັນຈັດຕັ້ງສຳເລັດຫຼາຍໂຄງການ, ຊຸດຝຶກອົບຮົບ, ບຳລຸງສ້າງໃຫ້ແກ່ພະນັກງານການນຳ, ຜູ້ຄຸ້ມຄອງໃຫ້ແກ່ລະບົບການເມືອງຂອງລາວ. 
ກອງ​ປະ​ຊຸມ​ການ​ຮ່ວມ​ມື ແລະ ບຳ​ລຸງ​ສ້າງ, ຝຶກ​ອົບ​ຮົບພະ​ນັກ​ງານ ກັບ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ - ảnh 1ກອງປະຊຸມທາງໄກສະຫຼຸບການຮ່ວມມື, ແລກປ່ຽນທິດສະດີ ແລະ ບຳລຸງສ້າງ, ຝຶກອົບຮົບພະນັກງານ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ  (ພາບ: QĐND.VN)

ກອງປະຊຸມທາງໄກສະຫຼຸບການຮ່ວມມື, ແລກປ່ຽນທິດສະດີ ແລະ ບຳລຸງສ້າງ, ຝຶກອົບຮົບພະນັກງານ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ໄລຍະ 2016 – 2021 ແລະ ທິດທາງການຮ່ວມມືໄລຍະ 2021 – 2026, ໄດ້ດຳເນີນໃນຕອນບ່າຍວັນທີ 17 ກັນຍາ ຕາມຮູບແບບທາງໄກ. ທ່ານ ຫງວຽນຊວັນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີ ສູນກາງ ແລະ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົບສູນກາງ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ ເປັນປະທານຮ່ວມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວັນທັງ ເນັ້ນໜັກວ່າ ໃນ 5 ປີຜ່ານມາ, ສອງພັກໄດ້ສົມທົບກັນຈັດຕັ້ງສຳເລັດຫຼາຍໂຄງການ, ຊຸດຝຶກອົບຮົບ, ບຳລຸງສ້າງໃຫ້ແກ່ພະນັກງານການນຳ, ຜູ້ຄຸ້ມຄອງໃຫ້ແກ່ລະບົບການເມືອງຂອງລາວ. ທ່ານ ຫງວຽນຊວັນທັງໃຫ້ຮູ້ວ່າ:

ໂຄງການແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ການຮ່ວມມືຢ່າງລະອຽດ, ແທດຈິງ ແລະ ລວງເລິກ ໃນຂົງເຂດແນວຄິດ, ທິດສະດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ, ພ້ອມທັງສະແດງໃຫ້ເຫັນຄວາມເຄົາລົບ, ຄວາມຮັບຜິດຊອບໃນການຮັກສາໃຫ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການໂຄສະນາ, ແຜ່ກະຈາຍແນວຄິດໂຮ່ຈີມິນ ຢູ່ລາວ, ຮັບໃຊ້ໃຫ້ແກ່ວຽກງານແນວຄິດ, ທິດສະດີ, ວຽກງານບຳລຸງສ້າງ, ຝຶກອົບຮົມພະນັກງານ, ນັກຄົ້ນຄ້ວາທິດສະດີ ຂອງສອງພັກ, ສອງລັດ.

ທີ່ກອງປະຊຸມ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ຢັ້ງຢືນວ່າ ພັກປະຊາຊົນປະຕິວັດລາວ ຕີລາຄາສູງຄວາມເອົາໃຈໃສ່ໜູນຊ່ວຍຊ່ວຍເຫຼືອຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນວຽກງານບຳລຸງສ້າງ, ຝຶກອົບຮົມພະນັກງານຄຸ້ມຄອງບໍລິຫານໃຫ້ແກ່ຝ່າຍລາວ ໃນໄລຍະ 5 ປີຜ່ານມາ, ເຊິ່ງບັນລຸໄດ້ແຜນການທີ່ວາງອອກກ່ຽວກັບຈຳນວນ ແລະ ຄຸນນະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ