ກອງປະຊຸມຂັ້ນສູງ ອາຊຽນ - ສປຊ ຄັ້ງທີ 10

(VOVWORLD) -   ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມກ່ຽວຂ້ອງ, ຕອນບ່າຍວັນທີ 03 ພະຈິກ, ຢູ່ ປະເທດໄທ ໄດ້ດໍາເນີນກອງປະຊຸມຂັ້ນສູງ ອາຊຽນ - ສປຊ ຄັ້ງທີ 10.
ກອງປະຊຸມຂັ້ນສູງ ອາຊຽນ - ສປຊ ຄັ້ງທີ 10  - ảnh 1ບັນດາການນໍາ ອາຊຽນ ຖ່າຍຮູບລວມກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

        ທີ່ກອງປະຂຸມ, ບັນດາການນໍາໄດ້ຕີລາຄາສູງຕໍ່ຄວາມສໍາຄັນຂອງ ສປຊ ແລະ ອາຊຽນ ໃນການຮ່ວມມືແກ້ໄຂບັນດາສິ່ງທ້າທາຍໃນປັດຈຸບັນ. ໃນສະພາບການໂລກມີການຜັນແປຢ່າງໄວວາ ແລະ ສັບສົນ, ສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່, ອາດຊະຍາກໍາທາງເຄືອຂ່າຍອິນເຕີແນັດ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ການຜັນແປຢູ່ທະເລຕາເວັນອອກ..., ການນໍາບັນດາປະເທດກໍໄດ້ເນັ້ນໜັກເຖິງຄວາມຕ້ອງການໃນການຮັບມືກັບບັນດາສິ່ງທ້າທາຍໃນປັດຈຸບັນ.

        ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຕີລາຄາວ່າ ມີການຜັນແປຫຼາຍຢ່າງທີ່ໜ້າວິຕົກກັງວົນ. ສປຊ ສະແດງຄວາມສະໜັບສະໜູນຕໍ່ ຫຼັກໝັ້ນຂອງ ອາຊຽນ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ. ການນໍາບັນດາປະເທດເຊື່ອໝັ້ນວ່າ ດ້ວຍເລື່ອງ ອິນໂດເນເຊຍ ແລະ ຫວຽດນາມ ແມ່ນກໍາມະການບໍ່ປະຈໍາການຂອງ ສະພາຄວາມໝັ້ນຄົງ ສປຊ ປີ 2020 ນັ້ນ, ອາຊຽນ ແລະ ສປຊ ຈະເພີ່ມທະວີການຮ່ວມມືໃຫ້ຫຼາຍກວ່າອີກ ປະກອບສ່ວນຊຸກຍູ້ສັນຕິພາບ, ຄວາມໝັ້້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນໂລກ.

        ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢືນວ່າ ສປຊ ພ້ອມແລ້ວທີ່ຈະໜູນຊ່ວຍ ອາຊຽນ ແລະ ມີຄວາມປາດຖະໜາວ່າ ອາຊຽນ ຈະສືບຕໍ່ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ. 

ຕອບກັບ

ຂ່າວ/ບົດ​ອື່ນ