ກອງ​ປະຊຸມ​ຂັ້ນ​ສູ​ງກ່ຽວກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​​​ໃຫ້​ແກ່​ການ​ປ່ຽນ​ແປງ​ວຽກ​ເຮັດ​ງານ​ທໍາ​ໃນ​ໂລກ

(VOVWORLD) -   ຕອນບ່າຍວັນທີ 16 ກັນຍາ,  ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມຂັ້ນສູງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ການປ່ຽນແປງວຽກເຮັດງານທໍາໃນໂລກ. ນີ້ແມ່ນວາລະປະຊຸມພິເສດຂອງກະຊວງແຮງງານ ແລະ ກະຊວງສຶກສາ ບັນດາປະເທດ ອາຊຽນ ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສົມທົບກັບ ກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ຈັດຕັ້ງຂຶ້ນ.
ກອງ​ປະຊຸມ​ຂັ້ນ​ສູ​ງກ່ຽວກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​​​ໃຫ້​ແກ່​ການ​ປ່ຽນ​ແປງ​ວຽກ​ເຮັດ​ງານ​ທໍາ​ໃນ​ໂລກ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ :

     “ ພວກເຮົາຕ່າງກໍຮູ້ວ່າ ການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນໜຶ່ງໃນ 3 ບຸລິມະສິດແຖວໜ້າຂອງປະຊາຄົມອາຊຽນ ແລະ ໄດ້ຖືກລະບຸໄວ້ໃນກົດບັດອາຊຽນ. ໄດ້ມີຫຼາຍການເຄື່ອນໄຫວ, ຂໍ້ລິເລີ່ມຫຼາຍຂໍ້ທີ່ລະອຽດ ຊຶ່ງອາດຈະເວົ້າເຖິງແມ່ນມີຫຼາຍທີ່ສຸດ ຄືການກໍ່ສ້າງກອບສົມທຽບລະດັບໃນອາຊຽນ, ບັນດາຂໍ້ລິເລີ່ມສ້າງບັນດາເຂດສຶກສາຂັ້ນມະຫາວິທະຍາໄລເພື່ອໃຫ້ບັນດານັກສຶກສາລະຫວ່າງປະເທດສາມາດໄປມາແລກປ່ຽນນຳກັນ, ພິເສດແມ່ນການເປີດຕົວສະພາອາຊີວະສຶກສາ ກໍແມ່ນຫຼັກຖານໜຶ່ງທີ່ລະອຽດທີ່ສຸດ ແລະ ບັນດາຄວາມມານະພະຍາຍາມເຊັ່ນນັ້ນ ຄວນສືບຕໍ່ຊຸກຍູ້ໃຫ້ແຂງແຮງເພື່ອສາມາດປະຕິບັດ ຢ່າງສຳເລັດຜົນ ຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດການປ່ຽນແປງວຽກເຮັດງານທຳໃນໂລກເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພື້ນຖານການຜະລິດໃໝ່ ແລະ ຂອງສັງຄົມໃນອະນາຄົດ”

ກອງ​ປະຊຸມ​ຂັ້ນ​ສູ​ງກ່ຽວກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​​​ໃຫ້​ແກ່​ການ​ປ່ຽນ​ແປງ​ວຽກ​ເຮັດ​ງານ​ທໍາ​ໃນ​ໂລກ - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VGP) 

ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືໃນ ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແທດເໝາະກັບຄວາມຕ້ອງການພັດທະນາຂອງເຕັກໂນໂລຢີ; ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ, ບັນດານັກອຸປະຖໍາໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ; ປະກອບສ່ວນບັນດາໝາກຜົນລະອຽດເຂົ້າໃນ ກອງປະຊຸມສຸດຍອດ ອາຊຽນ ໃນເດືອນ ພະຈິກ 2020. ທ່ານ ເລວັນແທ່ງ, ຮອງລັດຖະມົນຕີກະຊວງ ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: 

“ໃນສະພາບການໂລກພວມມີການປ່ຽນແປງຢ່າງວ່ອງໄວ ຄືໃນປັດຈຸບັນ, ອາຊຽນ ຍາມໃດກໍຢັ້ງຢືນວ່າ ມະນຸດແມ່ນໃຈກາງຂອງການພັດທະນາ. ເພາະວ່າ ເປົ້າໝາຍສຸດທ້າຍຂອງການເຕີບໂຕ ແລະ ພັດທະນາແບບຍືຍຍົງ ແມ່ນເພື່ອມຸ່ງໄປເຖິງການພັດທະນາມະນຸດ ເພື່ອມະນຸດ. ເພາະສະນັ້ນ, ຫວຽດນາມ ຈຶ່ງເລືອກເອົາການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນວຽກງານບຸລິມະສິດໃນປະຊາຄົມສັງຄົມ ອາຊຽນ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະຊາຄົມເສດຖະກິດ ແລະ ຊຸກຍຸູ້ ເພື່ອພາກພື້ນ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ຄືດັ່ງຫົວຂໍ້ຂອງປີປະທານ ອາຊຽນ 2020”.

ຕອບກັບ

ຂ່າວ/ບົດ​ອື່ນ