ກອງປະຊຸມຂັ້ນສູງນາຍຕຳຫຼວດອີຕາລີ-ອາຊຽນ ຈະດຳເນີນໃນລະຫວ່າງວັນທີ 09 – 13 ພະຈິກ

(VOVWORLD) -ທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິ໊ກເຫ້ວ, ປະທານຄະນະກຳມະການ ACR ຢືນຢັນວ່າ, ຄະນະກຳມະການ ACR ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງອີຕາລີ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມ

ກອງປະຊຸມຂັ້ນສູງນາຍຕຳຫຼວດອີຕາລີ-ອາຊຽນ ຈະດຳເນີນໃນລະຫວ່າງວັນທີ 09 – 13 ພະຈິກ - ảnh 1

 ວາລະປຶກສາຫາລື

(ພາບ: baoquocte.vn)

ໂດຍໄດ້ຮັບຄຳເຊີນຂອງກະຊວງພາຍໃນ ແລະ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນອີຕາລີ, ວັນທີ 25 ກັນຍາ, ຄະນະກຳມະການບັນດາປະເທດອາຊຽນ ປະຈຳ ໂຣມ (ACR) ໄດ້ໄປຢ້ຽມຢາມວິທະຍາຄານກຳລັງປະຕິບັດກົດໝາຍລະຫວ່າງຂະແໜງ ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້ນສູງນາຍຕຳຫຼວດ ຄາດວ່າຈະດຳເນີນໃນລະຫວ່າງວັນທີ 09 – 13 ພະຈິກ. ຢູ່ທີ່ນີ້, ທ່ານຮອງຫົວໜ້າຜູ້ບັນຊາການຕຳຫຼວດອີຕາລີ Sandra Guidi ຢືນຢັນວ່າ, ກອງປະຊຸມຂັ້ນສູງບັນດານາຍຕຳຫຼວດອີຕາລີ - ອາຊຽນ ແມ່ນໂອກາດເພື່ອໃຫ້ 2 ຝ່າຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ສົມທົບກັນໃນການຕ້ານອາຊະຍາກຳຂ້າມຊາດ. ສ່ວນທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິ໊ກເຫ້ວ, ປະທານຄະນະກຳມະການ ACR ຢືນຢັນວ່າ, ຄະນະກຳມະການ ACR ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງອີຕາລີ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມ, ປະກອບສ່ວນເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມື ລະຫວ່າງ 2 ພາກພື້ນໃຫ້ນັບມື້ນັບມີຄຸນນະພາບກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ