ກອງປະຊຸມຂອງກຸ່ມຮັບຜິດຊອບສະເພາະຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດ ອາຊຽນ ຄັ້ງທີ 37

(VOVWORLD) -ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງປີ ອາຊຽນ 2020 ໂດຍ ຫວຽດນາມ ເປັນເຈົ້າພາບ, ກອງປະຊຸມຂອງກຸ່ມຮັບຜິດຊອບສະເພາະຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດ ອາຊຽນ ຄັ້ງທີ 37 (HLTF-EI 37) ດຳເນີນແຕ່ວັນທີ 12 – 13 ກຸມພາ ຢູ່ ຮ່າໂນ້ຍ. 

ກອງປະຊຸມໄດ້ປຶກສາຫາລື ແລະ ສະເໜີບາງຂໍ້ສະເໜີແນະທີ່ສຳຄັນ, ມີຄວາມໝາຍຍຸດທະສາດກ່ຽວກັບວິໄສທັດ ແລະ ບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການເຊື່ອມໂຍງເສດຖະກິດຢູ່ພາຍໃນ ແລະ ນອກກຸ່ມຂອງ ອາຊຽນ.

ກອງປະຊຸມຂອງກຸ່ມຮັບຜິດຊອບສະເພາະຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດ ອາຊຽນ ຄັ້ງທີ 37 - ảnh 1 ກອງປະຊຸມຂອງກຸ່ມຮັບຜິດຊອບສະເພາະຂັ້ນສູງກ່ຽວກັບການເຊື່ອມໂຍງເສດຖະກິດ ອາຊຽນ ຄັ້ງທີ 37

        ທີ່ກອງປະຊຸມ, ບັນດາການປະກອບສ່ວນຂອງ ຫວຽດນາມ ພິເສດແມ່ນກ່ຽວຂ້ອງເຖິງບັນດາບຸລິມະສິດໃນເສົາຄ້ຳເສດຖະກິດຂອງ ອາຊຽນ ໃນປີ 2020 ໂດຍ ຫວຽດນາມ ສະເໜີ ໄດ້ຮັບການຕີລາຄາສູງຈາກຫລາຍປະເທດ ແລະ ຖືນີ້ແມ່ນພື້ນຖານ ເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງບັນດາປະເທດ ອາຊຽນ ໃນຂົງເຂດເສດຖະກິດ.

        ບັນດາຂໍ້ສະເໜີແນະກ່ຽວກັບຍຸດທະສາດການຮ່ວມມືຈະມາເຖິງຂອງ ອາຊຽນ ຢູ່ກອງປະຊຸມ HLTF-EI ຄັ້ງທີ 37 ຈະໄດ້ຍື່ນສະເໜີຕໍ່ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 26 ໃນເດືອນ ມີນາ 2020 ຢູ່ນະຄອນ ດ່າໜັງ ເພື່ອພິຈາລະນາຮັບຮອງເອົາ, ໝາກຜົນສຸດທ້າຍຈະໄດ້ລາຍງານຕໍ່ບັນດາການນຳ ອາຊຽນ ໃນເດືອນ ເມສາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ