
ທ່ານ John Nielsen, ເອກອັກຄະລັດຖະທູດ ແດນມາກ
ປະຈຳຫວຽດນາມ
ພາບ:baomoi.com.vn
|
(vovworld)-ຕອນບ່າຍວັນທີ 19/1, ຢູ່ ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ສົມທົບກັບກະຊວງຮ່ວມມືພັດທະນາ ແລະ ການຄ້າ ແດນມາກ ຈັດຕັ້ງກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ຫວຽດນາມແລະ ແດນມາກ. ສອງຝ່າຍພ້ອມກັນທົບທວນຄືນບັນດາບາດກ້າວພັດທະນາໃນການພົວພັນຮ່ວມມືດ້ານເສດຖະກິດ ການຄ້າສອງຝ່າຍລະຫວ່າງສອງປະເທດ ໃນໄລຍະມໍ່ໆມານີ້. ພິເສດ ເມື່ອສອງປະເທດກາຍເປັນຄູ່ຮ່ວມມືຮອບດ້ານໃນປີ 2013 ແລະ ເຊັນແຜນການດຳເນີນງານລະອຽດປີ 2014. ສອງຝ່າຍເຊື່ອໝັ້ນວ່າ ການພົວພັນຮ່ວມມືດ້ານເສດຖະກິດການຄ້າ ລະຫວ່າງຫວຽດນາມ ແລະ ແດນມາກ ຈະສືບຕໍ່ພັດທະນາກວ່າອີກ ໃຫ້ສົມກັບຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງສອງຝ່າຍ ແລະ ປະກອບສ່ວນປະຕິບັດແຜນການດຳເນີນງານສຳເລັດຜົນ.