ກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ຕອນເຊົ້າວັນທີ 14 ມັງກອນ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ, ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດດ້ານການເມືອງ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເປັນປະທານກອງປະຊຸມຂອງຄະນະຊີ້ນຳ. 
ກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຊີ້ນຳ ຟ້າມບີງມິງ (ພາບ: TTXVN)

ທີ່ກອງປະຊຸມ, ບັນດາຜູ້ແທນສຸມໃສ່ຕີລາຄາສະພາບການໂລກ ແລະ ພາກພື້ນ, ສຳຫລວດກວດຄືນວຽກງານຂອງຄະນະຊີ້ນຳໃນປີ 2018 ແລະ ຮັບຮອງເອົາທິດທາງ, ໜ້າທີ່ຂອງຄະນະຊີ້ນຳໃນປີ 2019.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຊີ້ນຳ ຟ້າມບີງມິງ ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໄດ້ສົມທົບຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ຍຸດທະສາດສັງລວມກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນຮອດປີ 2020 ແລະ ວິໄສທັດຮອດປີ 2030 ຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເນັ້ນໜັກວ່າ ສະພາບການໂລກ ແລະ ພາກພື້ນໃນປີ 2019 ສືບຕໍ່ຫັນປ່ຽນຢ່າງວ່ອງໄວ, ສັບສົນ, ສົ່ງຜົນກະທົບໂດຍກົງຕໍ່ ຫວຽດນາມ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຕ້ອງຕີລາຄາ, ຄາດຄະເນສະພາບການຢ່າງທັນການ, ເປັນເຈົ້າການຍົກອອກບັນດາມາດຕະການຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ, ປະກອບສ່ວນປົກປັກຮັກສາ ແລະ ຊຸກຍູ້ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ