ກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງເທື່ອທີ 18

(VOVWORLD) - ຈາກໝາກຜົນຕົວຈິງໃນ 6 ເດືອນຜ່ານມາ ໄດ້ຢັ້ງຢືນຢ່າງຈະແຈ້ງແລ້ວວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງສືບຕໍ່ໄດ້ຮັບການຍູ້ແຮງ, ນັບມື້ນັບຂ້ຽວຂາດ ແລະ ມີປະສິດທິຜົນກ່ວາ. 
ກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງເທື່ອທີ 18 - ảnh 1 ກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງເທື່ອທີ 18

ຕອນເຊົ້າວັນທີ 25 ກໍລະກົດ, ທີ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງໄດ້ຈັດກອງປະຊຸມເທື່ອທີ 18 ຂຶ້ນພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳ, ເພື່ອກວດກາ, ຕີລາຄາໝາກຜົນການປະຕິບັດງານໃນ 6 ເດືອນຜ່ານມາ, ປະກອບຄຳເຫັນໃສ່ທິດທາງ, ໜ້າທີ່ຈຸດສຸມໃນຊຸມເດືອນທ້າຍປີ 2020.

        ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ຈາກໝາກຜົນຕົວຈິງໃນ 6 ເດືອນຜ່ານມາ ໄດ້ຢັ້ງຢືນຢ່າງຈະແຈ້ງແລ້ວວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງສືບຕໍ່ໄດ້ຮັບການຍູ້ແຮງ, ນັບມື້ນັບຂ້ຽວຂາດ ແລະ ມີປະສິດທິຜົນກ່ວາ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຄວນສືບຕໍ່ໄດ້ຮັບການຍູ້ແຮງກ່ວານີ້ຕື່ມອີກ, ດ້ວຍເນື້ອໃນຈິດໃຈແມ່ນທັງຕ້ານການສໍ້ລາດບັງຫລວງຢ່າງມີປະສິດທິຜົນ ທັງຈັດຕັ້ງກອງປະຊຸມໃຫຍ່ພັກທຸກຂັ້ນໃຫ້ສຳເລັດ. ພິເສດແມ່ນ ຄວນຍູ້ໄວຄວາມຄືບໜ້າໃນການສືບສວນ, ແກ້ໄຂບັນດາຄະດີສໍ້ລາດບັງຫລວງ, ເສດຖະກິດຮ້າຍແຮງ, ສັບສົນ, ຫາງສຽງສັງຄົມມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ