ກອງປະຊຸມຊາວໜຸ່ມ Start up ປະດິດຄິດສ້າງ ອາຊີ - ປາຊີຟິກ ຄັ້ງທີ 2

(VOVWORLD) -ກອງປະຊຸມຊາວໜຸ່ມ Start up  ອາຊີ-ປາຊີຟິກ ຄັ້ງທີ 2 ຈະດໍາເນີນໃນລະຫວ່າງວັນທີ 4 - 5 ເມສາ

ກອງປະຊຸມຊາວໜຸ່ມ Start up ປະດິດຄິດສ້າງ ອາຊີ - ປາຊີຟິກ ຄັ້ງທີ 2 - ảnh 1ລາຍການໄດ້ເຊື່ອມຕໍ່ລະຫວ່າງບັນດາເພື່ອນໜຸ່ມຂອງ 20 ປະເທດໃນພາກພື້ນ. (ພາບ: UNDP Vietnam)

ຕອນເຊົ້າວັນທີ 04 ເມສາ, ຢູ່ຮ່າໂນ້ຍ, ໂດຍມີການໜູນຊ່ວຍຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ໂຄງການພັດທະນາ ສປຊ (UNDP) ໄດ້ສົມທົບກັບກອງທຶນ Citi  ຈັດຕັ້ງກອງປະຊຸມຊາວໜຸ່ມ Start up  ອາຊີ-ປາຊີຟິກ ຄັ້ງທີ 2, ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 4 - 5 ເມສາ.

        ລາຍການດັ່ງກ່າວ ໄດ້ຜັນຂະຫຍາຍປະຕິບັດຢູ່ 20 ປະເທດ ແລະ ເຂດແຄ້ວນ, ດ້ວຍບັນດາການໂອ້ລົມສົນທະນາລະດັບຊາດ, ກອງປະຊຸມລະດັບພາກພື້ນ ແລະ ບັນດາໂຄງການປ່ຽນແປງໃໝ່ສັງຄົມ ເຊິ່ງໄດ້ດຶງດູດຜູ້ແທນກວ່າ 48 ພັນຄົນ ເຂົ້າຮ່ວມ, ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ນັກທຸລະກິດໜຸ່ມນັບພັນຄົນ, ສ້າງຕັ້ງການພົວພັນກັບກວ່າ 100 ຄູ່ຮ່ວມມື. ທ່ານນາງ Valerie Cliff, ຮອງຜູ້ອໍານວຍການຮັບຜິດຊອບພາກພື້ນ ອາຊີ-ປາຊີຟິກ ຂອງ ໂຄງການ ພັດທະນາ ສປຊ ໃຫ້ຮູ້ວ່າ:

        “ນີ້ແມ່ນເຫດການເຊື່ອມຕໍ່ລະຫວ່າງບັນດາເພື່ອນໜຸ່ມຂອງ 20 ປະເທດໃນພາກພື້ນ. ພວກຂ້າພະເຈົ້າຈັດຕັ້ງບັນດາລາຍການນີ້ ເພື່ອສົ່ງເສີມການ Start up ປະດິດຄິດສ້າງ, ເໝືອນດັ່ງແຫ່ງບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ບັນດາເຈົ້າຂອງວິສາຫະກິດໜຸ່ມ, ພ້ອມທັງໜູນຊ່ວຍເຂົາເຈົ້າສືບຕໍ່ໄດ້ສໍາຜັດກັບບັນດາແຫຼ່ງທຶນ. ຫວັງວ່າບັນດາລາຍການດັ່ງກ່າວ ສາມາດສ້າງແຫຼ່ງບັນດານໃຈໃຫ້ບັນດາເພື່ອນໜຸ່ມປະດິດຄິດສ້າງ ແລະ Start up.”

        ທີ່ກອງປະຊຸມ, ຊາວໜຸ່ມທີ່ມາຈາກ 20 ປະເທດ ໄດ້ແບ່ງປັນນໍາກັນກ່ຽວກັບແນວຄວາມຄິດ, ຄວາມຮູ້ ແລະ ປະສົບການໃນວິວັດການປະດິດຄິດສ້າງ ແລະ Start up ໃນບັນດາຂົງເຂດ. 

ຕອບກັບ

ຂ່າວ/ບົດ​ອື່ນ