ກອງ​ປະຊຸມ​ຖະ​ແຫຼງຂ່າວ​ກ່ຽວກັບ​​ໂຄງການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ ຊຸດ​ທີ 14

(VOVWORLD) -ຕອນບ່າຍວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ສະພາແຫ່ງຊາດຫວຽດນາມ ຫງວຽນແຫ້ງຟຸກ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບການຄາດຄະເນໂຄງການເຄື່ອນໄຫວຂອງກອງປະຊຸມເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14.
ກອງ​ປະຊຸມ​ຖະ​ແຫຼງຂ່າວ​ກ່ຽວກັບ​​ໂຄງການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ ຊຸດ​ທີ 14 - ảnh 1 ທ່ານເລຂາທິການໃຫຍ່ ສະພາແຫ່ງຊາດຫວຽດນາມ ຫງວຽນແຫ້ງຟຸກ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ (ພາບ: quochoi.vn)

        ກອງປະຊຸມເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະໄຂຂຶ້ນໃນຕອນເຊົ້າວັນທີ 20 ພຶດສະພາ ຈະມາເຖິງ. ໃນກອງປະຊຸມຄ້ັງນີ້, ສະພາແຫ່ງຊາດຈະເຮັດວຽກພາຍໃນ 19 ວັນ ໂດຍໄດ້ແບ່ງເປັນສອງບັ້ນປະຊຸມ. ບັ້ນທີ 1 ຈະປະຊຸມຜ່ານທາງອອນລາຍ ແລະ ບັ້ນທີ 2 ຈະໂຮມປະຊຸມຢູ່ທີ່ຫໍສະພາແຫ່ງຊາດ ແລະ ຈະອັດລົງໃນວັນທີ 18 ມິຖຸນາ 2020.

        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະໃຊ້ເວລາປະມານ 10 ວັນໃຫ້ແກ່ວຽກງານກໍ່ສ້າງກົດໝາຍ. ໄປຄຽງຄູ່ກັນນັ້ນ, ສະພາແຫ່ງຊາດຈະພິຈາລະນາບົດລາຍງານກ່ຽວກັບດ້ານເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ.

        ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະບໍ່ດໍາເນີນການຊັກຖາມ ແລະ ຕອບຄໍາຊັກຖາມທີ່ວາລະປະຊຸມຄົບຄະນະ, ເຊິ່ງບັນດາສະມາຊິກສະພາແຫ່ງຊາດຈະປະຕິບັດການຊັກຖາມດ້ວຍຮູບແບບສົ່ງເອກະສານເປັນລາຍລັກອັກສອນ ແລ້ວລັດຖະມົນຕີບັນດາກະຊວງ, ສະມາຊິກລັດຖະບານ ຈະໃຫ້ຄໍາຕອບຕາມກໍານົດ.

ຕອບກັບ

ຂ່າວ/ບົດ​ອື່ນ