ກອງປະຊຸມທົ່ວປະເທດສະຫຼຸບວຽກງານໂຄສະນາສຶກສາປີ 2017,ຜັນຂະຫຍາຍໜ້າທີ່ປີ 2018

(VOVWORLD) -ວັນທີ 25 ທັນວາ, ຢູ່ນະຄອນໂຮ່ຈິມິນ, ຄະນະໂຄສະນາສຶກສາສູນກາງພັກໄດ້ຈັດກອງປະຊຸມທົ່ວປະເທດສະຫຼຸບວຽກງານໂຄສະນາສຶກສາປີ 2017, ຜັນຂະຫຍາຍໜ້າທີ່ປີ 2018.
ກອງປະຊຸມທົ່ວປະເທດສະຫຼຸບວຽກງານໂຄສະນາສຶກສາປີ 2017,ຜັນຂະຫຍາຍໜ້າທີ່ປີ 2018 - ảnh 1 (ກອງປະຊຸມທົ່ວປະເທດສະຫຼຸບວຽກງານໂຄສະນາສຶກສາປີ 2017,ຜັນຂະຫຍາຍໜ້າທີ່ປີ 2018)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຢືນຢັນວ່າ, ຄະນະໂຄສະນາສຶກສາສູນກາງພັກ ຕິດແທດກັບໜ້າທີ່ການເມືອງຂອງພັກ ແລະ ປະເທດຊາດ, ຕິດແທດກັບຊີວິດຕົວຈິງ, ປ່ຽນໃໝ່ທາງດ້ານເນື້ອໃນຢ່າງບໍ່ຢຸດຢັ້ງ ແລະ ແບບວິທີການປະຕິບັດງານ. ຄຽງຂ້າງນັ້ນ, ຂະແໜງໂຄສະນາສຶກສາສູນກາງພັກຈະແກ້ໄຂບັນດາຂໍ້ຈຳກັດຢ່າງມີປະສິດທິຜົນ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານກໍ່ສ້າງ, ປັບປຸງພັກ ແລະ ປະຕິບັດບັນດາໜ້າທີ່ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໄລຍະຈະມາເຖິງຢ່າງມີໄຊ.

        ກອງປະຊຸມໄດ້ຮັບຟັງບັນດາບົດທາບທາມຄວາມເຫັນກ່ຽວກັບບັນດາບັນຫາຄວນເອົາໃຈໃສ່ໃນວຽກງານໂຄສະນາສຶກສາ ແລະ ວຽກງານປ່ຽນໃໝ່ວິທີການຊີ້ນຳນຳພາ, ຈັດຕັ້ງການປະຕິບັດແຜນການວຽກງານໂຄສະນາສຶກສາປີ 2018 ໃຫ້ຮັບປະກັນມີຄຸນນະພາບ, ປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ