ກອງປະຊຸມທາງອອນລາຍທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ເນັ້ນນັກວ່າ, ບໍ່ປະໃຫ້ເກີດກໍລະນີມີຜູ້ຂາດສະຕິຄວາມຮັບຮູ້ໃນການປ້ອງກັນ, ຕ້ານໂລກລະບາດ ເຮັດໃຫ້ທົ່ວສັງຄົມຕ້ອງລຳບາກ.
ກອງປະຊຸມທາງອອນລາຍທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ
(ພາບ: TTXVN)

ຕອນບ່າຍວັນທີ 07 ພຶດສະພາ, ທີ່ກອງປະຊຸມທາງອອນລາຍທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ເນັ້ນນັກວ່າ, ບໍ່ປະໃຫ້ເກີດກໍລະນີມີຜູ້ຂາດສະຕິຄວາມຮັບຮູ້ໃນການປ້ອງກັນ, ຕ້ານໂລກລະບາດ ເຮັດໃຫ້ທົ່ວສັງຄົມຕ້ອງລຳບາກ. ບໍ່ປະໝາດ, ຂາດຄວາມລະມັດລະວັງ ແຕ່ກໍ່ບໍ່ຄວນຍົກອອກບັນດາຂ້ໍກຳນົດໄວເກີນໄປກໍ່ເສຍຫາຍຕໍ່ຄວາມສະຖຽນລະພາບຂອງສັງຄົມ ແລະ ການພັດທະນາເສດຖະກິດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ຮຽກຮ້ອງຕ້ອງສືບຕໍ່ແກ້ໄຂປັບໄໝກໍລະນີເຂົ້າເມືອງຢ່າງຜິດກົດໝາຍ, ບໍ່ປະຕິບັດຕາມຂໍ້ກຳນົດກ່ຽວກັບການແຍກຕົວ, ປ້ອງກັນ ຕ້ານໂລກລະບາດຢ່າງເຂັ້ມງວດ.

        “ຈິດໃຈແມ່ນຈັດແບ່ງຂັ້ນ, ຍົກສູງໜ້າທີ່ຄວາມຮັບຜິດຊອບຂອງຜູ້ນຳໜ້າ, ຢູ່ແຫ່ງໃດປະຕິບັດຕາມການຊີ້ນຳຢ່າງໃກ້ຊິດ ສະພາບການຢູ່ທີ່ນັ້ນມີສະພາບດີ. ຜູ້ນຳໜ້າປະໝາດ, ຂາດຄວາມລະມັດລະວັງ ຢູ່ທີ່ນັ້ນຈະຖືກຜົນສຳທ້ອນ. ລັດຖະບານຫາກໍ່ຊີ້ນຳແກ້ໄຂປັບໄໝບາງກໍລະນີແລ້ວ”.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶດກາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດກວ່າ, ເລີ່ມເຄື່ອນໄວບັນດາການຮັບມືຢ່າງຮີບດ່ວນ, ໃນນັ້ນມີການເຄື່ອນໄຫວຂອງໜ່ວຍ ໂຄວິດຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ